ຫວຽດນາມຮຽກຮ້ອງປະຊາຄົມສາກົນພ້ອມກັນແກ້ໄຂຜົນກະທົບທີ່ຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດສຳລັບສິດຂອງເດັກ

ຫວຽດນາມຮຽກຮ້ອງປະຊາຄົມສາກົນພ້ອມກັນແກ້ໄຂຜົນກະທົບທີ່ຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດສຳລັບສິດຂອງເດັກ - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຮ່າ​ກິມ​ຫງອກ
(ພາບ: TTXVN)

(vovworld) - ວັນ​ທີ 02/03, ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຈັດ​ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ກ່ຽວ​ກັບ​ຜົນ​ກະ​ທົບ​​ຈາກ​ການ​ປ່ຽນ​ແປ​ງ​ຂອງ​ດິນ​ຟ້າ​ອາ​ກາດ​ສຳ​ລັບ​ສິດ​ຂອ​ງ​ເດັກ. ວາ​ລະ​ປຶກ​ສາ​ຫາ​ລື​ໄດ້​ຈັດ​ຕັ້ງ​ບົນ​ພື້ນ​ຖານ​ມະ​ຕິ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ສິດ​ຂອງ​ເດັກ ເຊິ່ງ​ຫວຽດ​ນາມ ເປັນ​ປະ​ທານ​ຍົກ​ອອກ​ມາ​ໃນ​ເດືອນ 06/2016. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຮ່າ​ກິມ​ຫງອກ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ຫາ​ລື, ​ໃນຖາ​​ນະ​ເປັນ​ນັກ​ປາ​ຖະ​ກະ​ຖາ​ຕົ້ນ​ຕໍ. ​ນະທີ່ນ​ີ້, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຮ່າ​ກິມ​ຫງອກ ໄດ້​ຍົກ​ອອກ​ບັນ​ດາ​ຜົນ​ກະ​ທົບ​ຫຼາຍ​ດ້ານ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ສຳ​ລັບ​ເລື່ອ​ງ​ຮັບ​ປະ​ກັນ​ສິດ​ຂອງ​ເດັກ​ຢູ່​ຫວຽດ​ນາມ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຮ່​າ​ກິມ​ຫງອກ ເນັ້ນ​ໜັກ​ເຖ​ິງ 3 ເນື້ອ​ໃນ​ບຸ​ລິ​ມະ​ສິດ ນັ້ນ​ແມ່ນ, ສ້າງ​ບັນ​ດາ​ນະ​ໂຍ​ບາຍ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ ຖື​ເດັກ​ນ້ອຍ​ເປັນ​ໃຈ​ກາງ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​​ດິນ​ຟ້າ​ອາ​ກາດ​ສຳ​ລັບ​ເດັກ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສາ​ກົນ ແລະ ພາກ​ພື້ນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປ​ງ​ຂອງ​ດິນ​ຟ້າ​ອາ​ກາດ​ສຳ​ລັບ​ເດັກ.

        ແລະ​ກໍ່​ໃນ​ວັນ​ທີ 02/03, ຫວຽດ​ນາມກໍ່​ຈັດ​ການ​ໂອ້​ລົມ​ສົນ​ທະ​ນາ​ສາ​ກົນ ດ້ວຍ​ຫົວ​ຂໍ້​ວ່າ “ສຶກ​ສາ​​ໃຫ້ເດັກ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ພັດ​ທະ​ນາ​ລຸ້ນ​ຄົນ​​ທີ່ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ປ່ຽນ​ແປ​ງ​ຂອງ​ດິ​ນ​ຟ້າ​ອາ​ກາດ”. ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຮ່າ​ກິມ​ຫງອກ ໄດ້​ແບ່ງ​ປັນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ໃນ​ການ​ສ້າງ​ນະ​ໂຍ​ບາຍ, ກໍ່​ຄື​​ການລະ​ດົມ​ໂຮ​ງ​ຮຽນ, ສ​ື່ມວນ​ຊົນ, ຄອບ​ຄົວ ແລະ ທົ່ວ​ສັງ​ຄົມ ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ເດັກ​ກ່ຽວ​ກັບ​ການ​ປ່ຽນ​ແປ​ງ​ຂອງ​ດິນ​ຟ້າ​ອາ​ກາດ.

ຂ່າວ/ບົດ​ອື່ນ