(ພາບອິນເຕີແນັດ)
(Vovworld)- ວັນທີ 17/12 ຢູ່ສຳນັກງານສະຫະປະຊາຊາດ ທີ່ເຊີແນວ ປະເທດສະວິດ, ສະພາສິດທິມະນຸດສະຫະປະຊາຊາດ ໄດ້ດຳເນີນວາລະປະຊຸມພິເສດ ກ່ຽວກັບ “ສະພາບສິດທິມະນຸດນັບມື້ນັບຮ້າຍແຮງຢູ່ Burundi ” ຕາມຄວາມຮຽກຮ້ອງຕ້ອງການຂອງເກືອບ 40 ປະເທດສະມາຊິກ ແລະ ນັກຕິດຕາມກວດກາ ສະພາສິດທິມະນຸດ. ທີ່ວາລະປະຊຸມ, ຜູ້ຕາງໜ້າຄະນະຫວຽດນາມຢູ່ເຊີແນວ ເນັ້ນໜັກວ່າ: ໂດຍເປັນສະມາຊິກສະພາສິດທິມະນຸດ, ຫວຽດນາມໄດ້ຕິດຕາມຢ່າງໃກ້ສິດ ແລະ ແບ່ງປັນຄວາມວິຕົກກັງວົນ ຢ່າງເລິກເຊິ່ງ ຂອງປະຊາຄົມສາກົນ ກ່ຽວກັບສະພາບການໃຊ້ຄວາມຮຸນແຮງຢູ່ Burundi, ກ່າວປະນາມການໃຊ້ຄວາມຮຸນແຮງ ແລະ ການລະເມີດສິດທິມະນຸດສຳລັບສາມັນຊົນ, ເປັນຕົ້ນແມ່ນແມ່ຍິງ ແລະ ເດັກນ້ອຍ. ຫວຽດນາມສະໜັບສະໜູນປະຊາຄົມສາກົນ, ພິເສດແມ່ນສະຫະປະຊາຊາດ ແລະ ສະຫະພາບອາຟິຼກກາ (AU) ມີການໜູນຊ່ວຍທີ່ຈຳເປັນ, ດ້ວຍຄວາມເຫັນດີເຫັນພ້ອມຂອງອຳນາດການປົກຄອງ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຢູ່ Burundi, ເພື່ອຢຸດຕິການໃຊ້ຄວາມຮຸນແຮງ ແລະ ມີການເຈລະຈາ ເພື່ອຊອກຫາມາດຕະການແກ້ໄຂດ້ວຍສັນຕິວິທີ ໂດຍໄວ.