ຫວຽດນາມຮຽກຮ້ອງໄຕ້ຫວັນຢຸດຕິການກະທຳລະເມີດອະທິປະໄຕຂອງຫວຽດນາມໂດຍທັນທີ
ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ
(ພາບ: TTXVN)
(vovworld) - ຕໍ່ໜ້າເລື່ອງວັນທີ 12/12/2015, ຫົວໜ້າອົງການວຽກງານການເມືອງພາຍໃນ ແລະ ບັນດາເຈົ້າໜ້າທີ່ອື່ນໆຂອງອຳນາດການປົກຄອງໄຕ້ຫວັນເຂົ້າຮ່ວມ “ພິທີເປີດສະຫຼອງ“ ບາງກິດຈະກຳທີ່ກໍ່ສ້າງໃນເກາະ ບາບິ່ງ, ທີ່ຂຶ້ນກັບໝູ່ເກາະ ເຈື່ອງຊາຂອງ ຫວຽດນາມ. ວັນທີ 13/12/2015, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ໄດ້ອອກຖະແຫຼງການ:
“ຫວຽດນາມມີພື້ນຖານນິຕິກຳແລະ ຫຼັກຖານປະຫວັດສາດຢ່າງຄົບຖ້ວນເພື່ອຢືນຢັນອະທິປະໄຕທີ່ບໍ່ອາດໂຕ້ຖຽງກັນໄດ້ຂອງຕົນສຳລັບສອງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ການເຄື່ອນໄຫວທຸກຢ່າງຂອງຝ່າຍຕ່າງໆຢູ່ເຂດນີ້, ຫາກບໍ່ໄດ້ຮັບຄວາມເຫັນດີຂອງ ຫວຽດນາມລ້ວນແຕ່ແມ່ນການກະທຳຜິດກົດໝາຍ ແລະ ໄຮ້ຄຸນຄ່າ.
ເລື່ອງໄຕ້ຫວັນບໍ່ຫົວຊາຕໍ່ຄວາມວິຕົກກັງວົນຂອງຫວຽດນາມ, ຂອງປະເທດຕ່າງໆ ກໍ່ຄືປະຊາຄົມສາກົນ, ຈັດສົ່ງເຈົ້າໜ້າທີ່ເຖິງເກາະ ບາບິ່ງທີ່ຂຶ້ນກັບໝູ່ເກາະ ເຈື່ອງຊາຂອງຫວຽດນາມ ແລະ ສືບຕໍ່ປະກາດທຳການເຄື່ອນໄຫວຢູ່ບາງກິດຈະກຳໃນເກາະ ແມ່ນການກະທຳລະເມີດອະທິປະໄຕຂອງ ຫວຽດນາມຢ່າງຮ້າຍແຮງ, ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຂັດແຍ້ງຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມເດັດດຽວຄັດຄ້ານ ແລະປະຕິເສດຢ່າງແຮງຕໍ່ການກະທຳນີ້.
ຫວຽດນາມຮຽກຮ້ອງໄຕ້ຫວັນຢຸດຕິການກະທຳລະເມີດອະທິປະໄຕຂອງ ຫວຽດນາມໂດຍທັນທີ ແລະ ບໍ່ໄດ້ດຳເນີນບັນດາການກະທຳທີ່ຄ້າຍຄືກັນອີກ“.