ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ SOM ຂອງ​ເວ​ທີ​ປາ​ໄສ​ພາ​ກ​ພື້ນ​ອາ​ຊຽນ

(VOVWORLD) -ວັນທີ 31 ພຶດສະພາ, ທ່ານຫງວຽນກວັກຢຸ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ຂອງເວທີປາໄສພາກພື້ນອາຊຽນ (ARF)  ຢູ່ບາງກອກ ປະເທດໄທ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດບັນດາເຫດການປະຈຳປີຂອງບັນດາທ່ານເຈົ້າໜ້າທີ່ຂັ້ນສູງ ກ່ອນກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ຊື່ງຈະຈັດຂຶ້ນໃນເດືອນສິງຫາປີ 2019 ຈະມາເຖິງ. ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ສຳຫຼວດກວດຄືນ, ພິດຈາລະນາບັນດາການເຄື່ອນໄຫວຮ່ວມມືຂອງ ARF ໃນໄລຍະຜ່ານມາ ແລະ ສ້າງທິດທາງການເຄື່ອນໄຫວໃນສົກປີ 2019-2020.
ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ SOM ຂອງ​ເວ​ທີ​ປາ​ໄສ​ພາ​ກ​ພື້ນ​ອາ​ຊຽນ - ảnh 1

ທ່ານຮອງລັດຖະມົນຕີຫງວຽນກວັກຢຸ້ງ

 (ພາບ: TTXVN )

         ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸ້ງ ໄດ້ຊົມເຊີຍໝາກຜົນທີ່ອາຊຽນ ແລະ ຈີນ ບັນລຸໄດ້ໃນການເຈລະຈາ COC; ແຕ່ຍັງມີຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປທີ່ອາດຈະເຮັດໃຫ້ ຄວາມໄວ້ເນື້ອເຊື່ອໃຈຫລຸດລົງ, ສົ່ງຜົນກະທົບອັນຫຍໍ້ທໍ້ຕໍ່ສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ. ໃນສະພາບການປະຈຸບັນ, ບັນດາປະເທດຕ້ອງລະງັບໃຈ, ຫລີກເວັ້ນບັນດາການກະທຳພຽງລຳພັງຝ່າຍດຽວ, ບໍ່ຫັນເປັນການທະຫານ, ປະຕິບັດຕາມກົດໝາຍສາກົນ ແລະ ກົດບັດ ສປຊ ແລະ ກົດໝາຍວ່າດ້ວຍທະເລປີ 1982. ແກ້ໄຂການຂັດແຍ້ງກັນຜ່ານບັນດາດາມາດຕະການສັນຕິພາບ ເພື່ອແນໃສ່ຮັກສາສະພາບແວດລ້ອມທີ່ສະດວກໃຫ້ແກ່ວິວັດການເຈລະຈາ COC.


ຕອບກັບ

ຂ່າວ/ບົດ​ອື່ນ