ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ APEC ກ່ຽວກັບບັນດາ ບັນຫາມະຫາສະໝຸດ

ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ APEC ກ່ຽວກັບບັນດາ ບັນຫາມະຫາສະໝຸດ - ảnh 1
ກອງ​ປະຊຸມຂັ້ນ​ລັດຖະມົນຕີ ອົງການ​ຮ່ວມ​ມື
​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC) ຄັ້ງ​ທີ 4
(ພາບ: TTXVN)


(vovworld) – ​ວັນ​ທີ 28/08, ຢູ່​ນະຄອນ ​ເຊຍ​ແມນ, ​ແຂວງ ຟຸ໋ຈ໋ຽນ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວູວັນ​ຕ໋າມ ​ໄດ້​ເຂົ້້າຮ່ວມ​ກອງ​ປະຊຸມຂັ້ນ​ລັດຖະມົນຕີ ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC) ຄັ້ງ​ທີ 4 ກ່ຽວ​ກັບ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງມະຫາ​ສະ​ໝຸດ. ກອງ​ປະຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ລັດຖະມົນຕີ ​ແລະ ຂັ້ນ​ທຽບ​ເທົ່າ​ຂອງ 19 ​ໃນ​ຈຳນວນ 21 ພື້ນຖານ​ເສດຖະກິດ​ສະມາຊິກ APEC. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນ​ຕີ ຫວູວັນ​ຕ໋າມ ຊີ້​ແຈ້ງວ່າ ການ​ຮ່ວມ​ມື​ທະ​ເລ ​ແລະ ມະຫາ​ສະ​ໝຸດຕ້ອງ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັບປະກັນ​ຈຸດໝາຍ​ລວມຂອງ APEC ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເຄົາລົບ​​ເຊິ່ງກັນ ​ແລະ ກັນ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ບັນດາ​ຫຼັກການ​ປະພຶດ​ຕໍ່ລວມ, ພ້ອມ​ທັງ​​ໄດ້​ເນັ້ນ​ໜັກວ່າ​ ຂົງ​ເຂດ​ກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ​ກໍ່​ແມ່ນ​ເນື້ອ​ໃນ​​ບຸລິມະສິດ​​ຮ່ວມ​ມືໃນ APEC. ທ່ານ​ຮອງ​ລັດຖະມົນຕີ​ກໍ່​ເນັ້ນ​ໜັກ​​ເຖິງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ເລື່ອງ​ຕັ້ງໜ້າເປັນ​ເຈົ້າການ​ຜັນ​ຂະຫຍາຍ​ບັນດາ​ກົນ​​ໄກ​ຮ່ວມ​ມື​ເພື່ອ​ແນ​ໃສ່​ແລກປ່ຽນ​ຂໍ້​ມູນ​ໃນ​ການກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ, ພິ​ເສດ​ແມ່ນ​ການສ້າງໂທລະສັບສາ​ຍ​​ດ່ວນ​ກັບ​ບັນດາ​ປະ​ເທດ​ບ້ານ​​ໃກ​້​​ເຮືອນ​ຄຽງ ​ແລະ ​ໃນພາກ​ພື້ນເພື່​ອກູ້​ໄພ​ກູ້​ຊີບ​ໃຫ້​ຊາວ​ປະມົງ.

ຂ່າວ/ບົດ​ອື່ນ