ຫວຽດນາມເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ9ກອງປະຊຸມສາກົນບັນດາພັກການເມືອງອາຊີ ວັນອາທິດ ທີ 4 ກັນຍາ ຄ.ສ. 2016 | 16:04:01 ທ່ານ ຮ່ວາງບີ່ງກວນ ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (vovworld) – ແຕ່ວັນທີ 1 -4/9, ກອງປະຊຸມຄົບຄະນະຄັ້ງທີ 9 ກອງປະຊຸມສາກົນບັນດາພັກການເມືອງ ອາຊີ ຖືກຈັດຂຶ້ນຢູ່ນະຄອນຫຼວງ ກົວລາລຳປົວ, ປະເທດ ມາເລເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 300 ທ່ານ ມາຈາກ 89 ພັກການເມືອງ, ຂຶ້ນກັບ 35 ປະເທດ ອາຊີ ແລະ ບາງຄະນະຜູ້ສັງເກດການຂອງບັນດາພັກ, ບັນດາອົງການສາກົນພາບໃນ ແລະ ນອກພາກພື້ນ. ຄະນະຜູ້ແທນພັກກອມມູນິດ ຫວຽດນາມໂດຍທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມແລະ ປະກອບສ່ວນຢ່າງຕັ້ງໜ້າຢູ່ບັນດາວາລະປຶກສາຫາລືຂອງກອງປະຊຸມ. ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ທ່ານ ຮ່ວາງບີ່ງກວນ ຢັ້ງຢືນວ່າ: ໃນສະພາບການ ອາຊີ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງດ້ານຄວາມໝັ້ນຄົງ ແລະ ພັດທະນາ, ບັນດາພັກຕ້ອງສະແດງຄວາມຮັບຜິດຊອບລວມສຳລັບສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໂລກ, ແກ້ໄຂບັນດາການຂັດແຍ້ງທາງດ້ານອະທິປະໄຕ, ຜືນແຜ່ນດິນດ້ວຍບັນດາມາດຕະການສັນຕິພາບ, ເໝາະສົມກັບກົດໝາຍສາກົນ, ເຄົາລົບບັນດາວິວັດທະນາການການທູດ ແລະ ນິຕິທຳ, ພ້ອມທັງຕ້ອງມະນາພະຍາຍາມຊຸກຍຸ້ບັນດາຂໍ້ຕົກລົງ ແລະ ກົນໄກມີປະສິດທິຜົນເພື່ອແນໃສ່ສະກັດກັ້ນການປະທະກັນ. ພ້ອມກັນນັ້ນຕ້ອງຍູ້ແຮງ ແລະ ຍົກສູງປະສິດທິຜົນການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອການພັດທະນາຍຸຕິທຳ ແລະ ຍືນຍົງ, ເພີ່ມທະວີການເຊື່ອມຕໍ່ເສດຖະກິດ ແລະ ພື້ນຖານໂຄງລ່າງ, ຮັດແຄບຊ່ອງຫວ່າງພັດທະນາ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… Tag vovworld ກອງປະຊຸມສາກົນ ຂ່າວ/ບົດອື່ນ ກອງປະຊຸມປະຈຳການລັດຖະບານເຮັດວຽກກັບບັນດາວິສາຫະກິດພາກເອກະຊົນໃຫຍ່ ປະຊາຄົມຊາວ ຫວຽດນາມ ປະກອບສ່ວນເງິນໃຫ້ປະຊາຊົນ ລາວ ຖືກເສຍຫາຍຍ້ອນພາຍຸ Yagi ອາເມລິກາ ກະກຽມບ້ວງເງິນອຸປະຖຳອາວຸດທີ່ມີມູນຄ່າ 375 ລ້ານ USD ໃຫ້ແກ່ ຢູແກຼນ ສປຊ, ລັດເຊຍ, ການາດາ ຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພົບປະກັບນັກຮົບເກົ່າ, ອະດີດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ, ນັກສຶກສາຫວຽດນາມ ຢູ່ລາວ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ