ຫວຽດນາມເຂົ້າຮ່ວມກອງປະຊຸມທາງອອນລາຍສະຫະສະມາຄົມເລຂາທິການລັດຖະສະພາບັນດາປະເທດ

(VOVWORLD) -ກອງປະຊຸມເລຂາທິການລັດຖະສະພາບັນດາປະເທດ (ASGP) ດ້ວຍຫົວຂໍ້ “ບົດບາດ ແລະ ການຈັດຕັ້ງຂອງລັດຖະສະພາບັນດາປະເທດໃນໄລຍະເກີດໂລກລະບາດ”
ຫວຽດນາມເຂົ້າຮ່ວມກອງປະຊຸມທາງອອນລາຍສະຫະສະມາຄົມເລຂາທິການລັດຖະສະພາບັນດາປະເທດ - ảnh 1ຝ່າຍຫວຽດນາມ ກອງປະຊຸມ
(ພາບ: TTXVN)

ຕອນບ່າຍວັນທີ 27 ພຶດສະພາ, ທ່ານຮອງເລຂາທິການສະພາແຫ່ງຊາດຫວຽດນາມ ຫງວຽນເຈື່ອງຢາງ ໄດ້ເຂົ້າຮ່ວມກອງປະຊຸມເລຂາທິການລັດຖະສະພາບັນດາປະເທດ (ASGP) ດ້ວຍຫົວຂໍ້ “ບົດບາດ ແລະ ການຈັດຕັ້ງຂອງລັດຖະສະພາບັນດາປະເທດໃນໄລຍະເກີດໂລກລະບາດ” ດ້ວຍການເຂົ້າຮ່ວມຂອງຫຼາຍປະເທດສະມາຊິກ ASGP.

ພາຍໃຕ້ການບໍລິຫານຂອງປະທານ ASGP ທ່ານ Philippe Schawab, ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບົດບາດ ແລະ ການຈັດຕັ້ງຂອງລັດຖະສະພາບັນດາປະເທດໃນໄລຍະເກີດໂລກລະບາດໂຄວິດ-19 ກໍ່ຄືແບ່ງປັນບົດຮຽນໃນການຈັດຕັ້ງບັນດາກອງປະຊຸມທາງອອນລາຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການສະພາບໍລິຫານສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) Martin Chungong ເນັ້ນໜັກວ່າ, ກອງປະຊຸມທາງອອນລາຍແມ່ນເຫດການພິເສດຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19 ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາສະມາຊິກແລກປ່ຽນ ແລະ ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງສະຫະສະມາຄົມ. ທ່ານ Martin Chungong ປາດຖະໜາຢາກສືບຕໍ່ຮ່ວມມືກັບບັນດາສະຫະສະມາຄົມລັດຖະສະພາບັນດາປະເທດ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສະແດງຄວາມພາກພູມໃຈເມື່ອລັດຖະສະພາບັນດາປະເທດໄດ້ເປັນເອກະພາບໂດຍພື້ນຖານໃນການຮັບມືກັບໂລກລະບາດ ຕາມທິດຫັນເປັນດີຈີຕອນ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ສ້າງລັດຖະສະພາດີຈີຕອນ, ເພີ່ມທະວີການຈັດກອງປະຊຸມທາງອອນລາຍ…

ຕອບກັບ

ຂ່າວ/ບົດ​ອື່ນ