ຫວຽດນາມເຂົ້າຮ່ວມກອງປະຊຸມປະຈຳປີ IMF/WB

ຫວຽດນາມເຂົ້າຮ່ວມກອງປະຊຸມປະຈຳປີ IMF/WB - ảnh 1
ທ່ານ ຫງວຽນວັນບິງ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ
(ພາບ: Nhật Minh
)

(vovworld) –ທ່ານ ຫງວຽນວັນບິງ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີຂອງກອງທຶນເງິນຕາສາກົນ ທະນາຄານໂລກ ( IMF/WB ) ປີ 2013 ຈັດຂຶ້ນໃນວັນທີ 9-13/10/2013 ທີ່ນະຄອນຫຼວງ ວໍຊິງຕັນ, ສະຫະລັດອາເມລິກາ. ໃນກອງປະຊຸມປີນີ້ ທ່ານ ຫງວຽນວັນບິງ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ  ເປັນປະທານກອງປະຊຸມຂອງບັນດາ ຜູ້ວ່າການທະນາຄານທີ່ຕາງໜ້າໃຫ້ 11 ປະເທດຂຶ້ນກັບອາຊີປາຊີຟິກ ຂອງ IMF ແລະ WB. ໃນໂອກາດນີ້, ທ່ານ ຫງວຽນວັນບິງ  ໄດ້ພົບກັບສອງຝ່າຍກັບຜູ້ຕາງໜ້າທະນາຄານສູນກາງຂອງປະເທດຈຳນວນໜຶ່ງ, ບັນດາທະນາຄານການຄ້າ ແລະ ອົງການການເງິນສາກົນ  ເພື່ອປັບປຸງ ແລະ ເປີດກວ້າງການພົວພັນມິດຕະພາບ, ຊອກຫາໂອກາດຮ່ວມມືໃໝ່ໃຫ້ຂະແໜງທະນາຄານ ເວົ້າສະເພາະ ແລະ ປະເທດເວົ້າລວມ.

ຂ່າວ/ບົດ​ອື່ນ