ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ26ຢູ່ໂປໂລຍ

ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ26ຢູ່ໂປໂລຍ - ảnh 1
ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ
ກ່າ​ວ​ຄຳ​ເຫັນ​​ທີ່ກອ​ງ​ປະ​ຊຸມ
(ພາບ: TTXVN)

(vovworld) - ​ ກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ທົ່ວ​ໂລກ​ຄັ້ງ​ທີ 26 ຖ​ື​ກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 09/06 (ຕາມ​ເວ​ລາ​ທ້ອງ​ຖິ່ນ) ຢູ່​ນະ​ຄອນ​ຫຼວງ Vacsava, ສ.ໂປ​ໂລຍ ດ້ວຍ​ຫົວ​ຂໍ້​ວ່າ “ແມ່​ຍິງສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ”. ນີ້​ແມ່ນ​ເວ​ທີ​ປາ​ໄສ​ໃຫຍ່​ຂອງ​ແມ່​ຍິງ ເຊິ່ງ​ໄດ້​ຈັດ​ຂຶ້ນ​ປະ​ຈຳ​ປີ​ນັບ​ແຕ່​ປີ 1990 ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄ​ວາມ​ຮັບ​ຮູ້​ສາ​ກົນ​ກ່ຽວ​ກັບ​ຄວ​າມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ແລະ ຊຸກ​ຍູ້​ບົດ​ບາດ​ຂອງ​ແ​ມ່​ຍິງ ໃນ​ຊີ​ວິດ​ສັງ​ຄ​ົ​ມ​ທຸກ​ດ້ານ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ, ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ.

        ກ່າ​ວ​ຄຳ​ເຫັນ​​ນະ​ທີ່ນີ້, ທ່ານ​ນາງຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ຢືນຢ​ືນ​ເຖິງ​ບັນ​ດາ​ຜົນ​ງານ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ຢູ່​ຫວຽດ​ນາມ. ຕາມນັ້ນ​ແລ້ວ, ຫວຽດ​ນາມ ແມ່ນ​​ໜຶ່ງ​ໃນ​ບັນ​ດາປະ​ເທດ​ທີ​ມີ​ອັດ​ຕາ​​ສ່ວນແມ່​ຍິງ​ເຂົ້າ​ຮ່ວມ​ກົ​ງ​ຈັກ​ການ​ເມືອງ​ສູງ, ໃນ​ນັ້ນ​ມີ​ແມ່​ຍິງ​ທີ່​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ 1 ທ່ານ, ​ເປັນຮອງ​ປະ​ທານ​ປະ​ເທດ 1 ທ່ານ ແລະ ແມ່​ຍິງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ, ຮອງ​ລັດ​ຖະ​ມ​ົ​ນ​ຕີ ແລະ ຕຳ​ແໜ່ງ​ທຽບ​ເທົ່າ​ນັບສິບໆທ່ານ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຢືນ​ຢັນ​ວ່າ, ​ແມ່​ຍິງຫວຽດ​ນາມ ໄດ້ສວ​ມ​ບົດ​ບາດ​​ຫຼັກ​ແຫຼ່ງ​ໃນ​ວິ​ວັດ​ແຫ່ງ​ການ​ສ້າງ​ສາ, ພັດ​ທະ​ນາ​ປະ​ເທດ​ຊາດ ແລະ ເຊື່ອມໂຍງ​ເຂົ້າ​ກັບ​ສາ​ກົນ​ໃນ​ປະ​ຈຸ​ບັນ, ພ້ອມ​ທັງ​ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ຢ່າງ​ຄົບ​ຊຸດ​ຂອງ​ຫວຽດ​ນາມ ເພື່ອ​ແນ​ໃສ່​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ແມ່​ຍິງ ແລະ ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​​ຢ່າງ​ຮອບ​ດ້ານຂອງ​ແມ່​ຍິງ​​ໃນ​ທຸກ​ຂົງ​ເຂດ​​ຊີ​ວິດ​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ.

ຂ່າວ/ບົດ​ອື່ນ