ຫວຽດນາມເຂົ້າຮ່ວມການ ໂອ້ລົມສົນທະນາອາຊຽນ -ອີນເດຍຄັ້ງທີ 6


ຫວຽດນາມເຂົ້າຮ່ວມການ ໂອ້ລົມສົນທະນາອາຊຽນ -ອີນເດຍຄັ້ງທີ 6 - ảnh 1
ທ່ານ Salman Khurshid ລັດຖະມົນຕີການຕ່າງປະເທດອິນ​ເດຍ

(ພາບ: AFP/TTXVN)

 (vovworld)- ການໂອ້ລົມສົນທະນາປະຈຳປີລະຫວ່າງອາຊຽນ-ອິນເດຍ ຄັ້ງທີ 6 ໄດ້ໄຂຂຶ້ນຢູ່ນະຄອນຫຼວງນິວເດລີ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດ ຖະມົນຕີການຕ່າງປະເທດຟ້າມ​ກວາງ​ວິ​ງ ນຳ​ໜ້າ​ເຂົ້າຮ່ວມ​ກອງ​ປະຊຸມ.

  ທີ່​ວາລະ​ໄຂ, ທ່ານ Salman Khurshid ລັດຖະມົນຕີການຕ່າງປະເທດອິນ​ເດຍ ຖື​ວ່າ, ​ເສດຖະກິດ​ແມ່ນ​ພື້ນຖານ​ຂອງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ອິນ​ເດຍ ​ໄດ້​ປະຕິບັດ​ລະບຽບ​ການ​ສຳ​ເລັດ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ກ່ຽວ​ກັບ​ການ​ບໍລິການ ​ແລະ ລົງ​ທຶນ​ກັບ​ອາ​ຊຽນ ​ແລະ ພວມ​ລໍຖ້າ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ປະຕິບັດ​ວິວັດ​ການ​ນີ້ສຳ​ເລັດ. ທ່ານ​ປາດ​ຖະໜາ​ວ່າ, ການ​ໂອ້​ລົມສົນທະນາ​ນິວ​ເດ​ລີ ​ຄັ້ງທີ 6 ຈະ​ຊຸກຍູ້​ການ​ເຊື່ອມ​ຕໍ່​ອິນ​ເດຍ​-ອາ​ຊຽນ. ສ່ວນ​ທ່ານ​ເລ​ເລືອ​ງມິ​ງ, ​ເລຂາທິການ​ໃຫ່ຍອາ​ຊຽນ ​ໄດ້​ເນັ້ນຫນັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອິນ​ເດຍ​ຍອາ​ຊຽນ./.

 

ຂ່າວ/ບົດ​ອື່ນ