ຫວຽດນາມເຂົ້າຮ່ວມການສົນທະນາກ່ຽວກັບເສດຖະກິດ, ສິ່ງທ້າທາຍຕໍ່ຄວາມໝັ້ນຄົງຢູ່ອາຊີ-ປາຊີຝິກ
ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອີນເດຍ ຕົນຊິງແທ່ງ |
(vovworld)- ວັນທີ 19/12, ຢູ່ນິວເດລີປະເທດອີນເດຍ, ໄດ້ດຳເນີນການໂອ້ລົມສົນທະນາ “ສະຕະວັດອາຊີ-ປາຊີຝິກ: ອີນເດຍ ແລະການແຊກແຊງທີ່ໃຫຍ່ກວ່າ”. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອີນເດຍ ຕົນຊິງແທ່ງ ໃຫ້ຮູ້ວ່າ : ສັນຕິພາບ ແລະ ສະຖຽນລະພາບຢູ່ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນຢູ່ທະເລຕາເວັນອອກ ແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນມະຫາສະໝຸດອີນເດຍ-ປາຊີຝິກ. ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອີນເດຍ ຕົນຊິງແທ່ງ ສະແດງຄວາມວິຕົກກັງວົນຕໍ່ການຜັນແປທີ່ສັບສົນຢູ່ທະເລຕາເວັນອອກ ຂະນະທີ່ຈີນໄດ້ໃຫ້ກໍ່ສ້າງຖົມດິນເປັນເກາະດ້ວຍຂອບຂະໜາດໃຫຍ່ຢ່າງບໍ່ເຄີຍມີມາກ່ອນ, ເຮັດໃຫ້ສະພາບການຢູ່ ທະເລຕາເວັນອອກສັບສົນຂຶ້ນຕື່ມ. ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອີນເດຍ ຕົນຊິງແທ່ງ ຮຽກຮ້ອງໃຫ້ທຸກຝ່າຍຈົ່ງປະຕິບັດຕາມສົນທິສັນຍາຂອງ ສ.ປ.ຊ ກ່ຽວກັບກົດໝາຍທະເລປີ 1982 ເພື່ອຮັບປະກັນຄວາມໝັ້ນຄົງ, ປອດໄພ ແລະ ສິດເສລີໃນການເດີນທະເລຢູ່ ທະເລຕາເວັນອອກ, ພ້ອມກັນນັ້ນ ກໍຢືນຢັນວ່າ ຫວຽດນາມຈະມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອສ້າງເຂດ ທະເລຕາເວັນອອກກາຍເປັນເຂດສັນຕິພາບ, ສະຖຽນລະພາບ ແລະ ຮ່ວມມືເພື່ອພັດທະນາ.