(vovworld) - ສະໂມສອນແມ່ຍິງສາກົນ (WIC) ຢູ່ຈາກາກຕາ ໄດ້ຈັດງານຕະຫຼາດນັດກຸສົນ 2016 ຢູ່ນະຄອນຫຼວງ ຈາກາກຕາ ໃນລະຫວ່າງວັນທີ 30/11 – 01/12. ການເຄື່ອນໄຫວປະຈຳປີນີ້ິ້ໄດ້ຮັບການຈັດຕັ້ງລ້ວນແຕ່ດຶງດູດການເຂົ້າຮ່ວມຂອງຄະນະທູຕານຸທູດບັນດາປະເທດ, ປະຊາຄົມຊາວຕ່າງປະເທດ ແລະ ບັນດາວິສາຫະກິດອິນໂດເນເຊຍ ເພື່ອແນໃສ່ໂຄສະນາບັນດາຜະລິດຕະພັນເປັນເອກະລັກສະເພາະຂອງປະເທດຕ່າງໆ ແລະ ສ້າງກອງທຶນໃຫ້ບັນດາການເຄື່ອນໄຫວກຸສົນ. ເຂົ້າຮ່ວມງານຕະຫຼາດນັດປີນີ້ ມີຮ້ານວາງສະແດງຂອງສະຖານທູດບັນດາປະເທດເກືອບ 200 ຮ້ານ ແລະ ວິສາຫະກິດກວ່າ 200 ແຫ່ງຂອງອິນໂດເນເຊຍ, ບັນດາຜະລິດຕະພັນຕົ້ນຕໍ່ແມ່ນເຄື່ອງນຸ່ງ, ເຄື່ອງສິລະປະຫັດຖະກຳ ແລະ ສະບຽງອາຫານ. ຮ້ານວາງສະແດງຂອງຫວຽດນາມ ທີ່ງານຕະຫຼາດນັດໄດ້ດຶງດູດຄວາມສົນໃຈຈາກລູກຄ້າເປັນຈຳນວນຫຼາຍ ດ້ວຍການແນະນຳ, ວາງຂາຍບັນດາຜະລິດຕະພັນເປັນເອກະລັກສະເພາະຄື: ກາເຟ, ເຂົ້າໜົມທົ່ວຂຽວ, ເຄື່ອງສິລະປະຫັດຖະກຳ, ເຄື່ອງທີ່ລະນຶກ… ຄະນະຈັດຕັ້ງໃຫ້ຮູ້ວ່າ, ຈຳນວນເງິນທີ່ເກັບມາໄດ້ຈາກການຂາຍປີ້ ແລະ ຜົນກຳໄລສ່ວນໜຶ່ງທີ່ໄດ້ຮັບຈາກງານຕະຫຼາດນັດຈະປະກອບເຂົ້າໃນກອງທຶນກຸສົນໂດຍ WIC ບໍລິຫານ.