ຫວຽດນາມເຂົ້າຮ່ວມງານຕະຫຼາດນັດການທ່ອງທ່ຽວອາຊີ-ປາຊີຟິກ2016ຢູ່ອິນໂດເນເຊຍ
ຮ້ານວາງສະແດງຂອງ ຫວຽດນາມ ທີ່ງານຕະຫຼາດນັດ
(ພາບ: baochinhphu.vn)
(vovworld) – ວັນທີ 8/9, ຢູ່ແຂວງ Banten, ປະເທດ ອິນໂດເນເຊຍ ໄດ້ໄຂງານຕະຫຼາດນັດການທ່ອງທ່ຽວ ອາຊີ - ປາຊີຟິກ (PATA) 2016 ຂຶ້ນ. ເຫດການນີ້ໂດຍສະຫະສະມາຄົມ ອາຊີ - ປາຊີຟິກ, ກະຊວງການທ່ອງທ່ຽວ ອິນໂດເນເຊຍ ສົມທົບກັບແຂວງ Banten ຈັດຕັ້ງ, ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກ່ວາ 1.000 ຄົນທີ່ມາຈາກກ່ວາ 60 ປະເທດໃນໂລກເຂົ້າຮ່ວມ. ນີ້ແມ່ນງານຕະຫຼາດນັດດ້ານການຄ້າການທ່ອງທ່ຽວແຖວໜ້າຂອງອາຊີ - ປາຊີຟິກ, ມີລັກສະນະເຊື່ອມຕໍ່ ແລະ ແມ່ນກາລະໂອກາດທີ່ດີເພື່ອຊ່ວຍບັນດາອົງການທ່ອງທ່ຽວສຳພັດກັບບັນດາຜູ້ຜະລິດ, ຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການຂອງລູກຄ້າ, ເປີດກ້ວາງເຄືອຂ່າຍ ແລະ ສ້າງຕັ້ງບັນດາການພົວພັນຮ່ວມມືໃນຂົງເຂດການທ່ອງທ່ຽວ. ຄະນະຜູ້ແທນ ຫວຽດນາມ ມີຜູ້ຕາງໜ້າກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ພ້ອມກັບບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ແລະ ວິສາຫະກິດທ່ອງທ່ຽວ 6 ແຫ່ງເຂົ້າຮ່ວມງານຕະຫຼາດນັດດ້ວຍເຂດວາງສະແດງກ້ວາງເກືອບ 80 ຕາແມັດ.