ຫວຽດນາມເຂົ້າຮ່ວມງານຕະຫຼາດນັດຄຼິດສະມາດສາກົນປຣາຮາ 2015
(ຫວຽດນາມເຂົ້າຮ່ວມງານຕະຫຼາດນັດຄຼິດສະມາດສາກົນປຣາຮາ 2015)
(vovworld) - ງານຕະຫຼາດນັດຄຼິດສະມາດສາກົນປຣາຮາ 2015 ໄຂຂຶ້ນໃນວັນທີ 29/11 ຢູ່ນະຄອນຫຼວງ ປຣາຮາ, ປະເທດ ສເຊັກໂກ, ດ້ວຍການເຂົ້າຮ່ວມຂອງ 50 ກວ່າປະເທດໃນໂລກ, ໃນນັ້ນມີຫວຽດນາມ. ນີ້ແມ່ນເຫດການວັດທະນະທຳ ໂດຍສະຫະສະມາຄົມພັນລະຍາ, ສາມີການທູດຈັດຕັ້ງປະຈຳປີຢູ່ ສເຊັກໂກ ເພື່ອແນໃສ່ໜູນຊ່ວຍມະນຸດສະທຳ. ປີ 2015, 2016 ຫວຽດນາມ ເປັນກຽດໄດ້ຮັບໜ້າທີ່ເປັນປະທານສະຫະສະມາຄົມນີ້ເພື່ອຈັດຕັ້ງ ແລະ ປະສານງານການເຄື່ອນໄຫວຕ່າງໆ, ໃນນັ້ນມີການຈັດຕັ້ງງານຕະຫຼາດນັດຄຼິດສະມາດສາກົນ. ທ່ານນາງຫງວຽນທິງອກຈຳ, ພັນລະຍາຂອງທ່ານເອກເອັກຄະລັດຖະທູດຫວຽດນາມປະຈຳ ສ ເຊັກໂກ, ທັງເປັນປະທານ ສະຫະສະມາຄົມປີ 2015, 2016, ໃຫ້ຮູ້ວ່າ:
“ພວກເຮົາຢາກປະກອບສ່ວນ ສ່ວນໃດສ່ວນໜຶ່ງໃຫ້ ສເຊັກໂກ, ດັ່ງນັ້ນຈຶ່ງຈັດງານຕະຫຼາດນັດເພື່ອການກຸສົນ ແນໃສ່ຂາຍຜະລິດຕະພັນຈາກຫວຽດນາມ ແລະ 50 ກວ່າປະເທດອື່ນໆ. ຈຳນວນເງິນທັງໝົດທີ່ໄດ້ຮັບຈາກງານຕະຫຼາດນັດນີ້ລ້ວນແຕ່ໃຊ້ເຂົ້າໃນວຽກງານກຸສົນ. ພວກຂ້າພະເຈົ້າໄດ້ຮັບບັນດາໂຄງການຈາກອົງການພັດທະນາເພື່ອໜູນຊ່ວຍຄົນທຸກຍາກ. ວຽກງານນີ້ພວກເຮົາເຮັດປະຈຳປີ“.