ຫວຽດນາມເຂົ້າຮ່ວມງານຕະຫຼາດນັດອາຫານ ອາຊີ - ປາຊີຟິກ 2013 ທີ່ ສິງກະໂປ
(ພາບ: internet)
(vovworld) - ງານຕະຫຼາດນັດດຳເນີນໄປຢູ່ ສິງກະໂປ ແຕ່ວັນທີ 21 – 25/11, ດຶງດູດແຂກຜູ້ມາຢ້ຽມຊົມ,ຊື້ເຄື່ອງນັບແສນຄົນ. ຢູ່ທີ່ນີ້, ຍັນດາຜູ້ນິຍົມອາຫານໄດ້ມີໂອກາດໄດ້ຮັບປະທານອາຫານພື້ນເມືອງຫຼາຍເຍື່ອງຂອງ ສິງກະໂປ, ກໍຄືມີໂອກາດຮູ້ຈັກເຖິງສະບຽງອາຫານຫຼາຍປະເພດທີ່ມາຈາກບັນດາປະເທດ ແລະ ເຂດແຄ້ວນໃນພາກພື້ນ.ຮ້ານຂາຍເຄື່ອງຂອງອົງການການຄ້າສະຖານ
ທູດຫວຽດນາມປະຈຳ ສິງກະໂປ ເຂົ້າຮ່ວມເຫດການນີ້ປະກອບດ້ວຍວິສາຫະກິດປະມານ 10 ແຫ່ງ ໃນຂົງເຂດປຸງແຕ່ງ ແລະ ສົ່ງອອກສະບຽງອາຫານ, ຜະລິດຕະພັນກະເສດ ແລະ ເຄື່ອງດື່ມ.
ທ່ານ Steven Ng, ສະມາຊິກຄະນະຈັດຕັ້ງ, ຕີລາຄາສູງບັນດາ ຜະລິດຕະພັນຂອງ ຫວຽດນາມ ແລະ ຫວັງວ່າຈະມີນັກທ່ອງທ່ຽວກໍຄືວິສາຫະກິດ ຫວຽດນາມ ຫຼາຍແຫ່ງເຂົ້າຮ່ວມງານຕະຫຼາດນັດໃນປີໜ້າ. ຕ່າງໜ້າໃຫ້ບັນດາວິສາຫະກິດ ຫວຽດນາມ ກໍສະແດງຄວາມປາຖະໜາຢາກສືບຕໍ່ເຂົ້າຮ່ວມງານຕະຫຼາດນັດນີ້ ແລະ ງານຕະຫຼາດນັດຕ່າງໆຢູ່ ສິງກະໂປ ເພື່ອຍົກສູງຄວາມອາດສາມາດຜະລິດ ແລະ ສຳຜັດກັບຕະຫຼາດສາກົນ, ພິເສດແມ່ນຕະຫຼາດ ສິງກະໂປ ດ້ວຍບົດບາດເປັນຂົວຕໍ່ໃຫ້ທັນຍາຫານ, ສະບຽງອາຫານ ຫວຽດນາມ ສຳຜັດກັບບັນດາຕະຫຼາດໃນພາກພື້ນ ແລະ ໃນໂລກ.