ຫວຽດນາມເຂົ້າຮ່ວມງານບຸນອາຫານການກິນອາຊີຢູ່ປຣາຮາ
ງານບຸນອາຫານການກິນ ອາຊີ ຢູ່ ປຣາຮາ
(vovworld) - ງານບຸນອາຫານການກິນ ອາຊີ ຢູ່ ປຣາຮາຖືກດຳເນີນໃນວັນທີ 10/9, ເຊິ່ງໄດ້ແນະນຳອາຫານທີ່ເປັນມູນເຊື້ອຫຼາຍເຍື່ອງຂອງບັນດາປະເທດ ອາຊີ, ໃນນັ້ນມີ ຫວຽດນາມ. ທີ່ງານບຸນປີນີ້, ຫວຽດນາມ ມີຮ້ານແນະນຳບັນດາອາຫານທີ່ເປັນມູນເຊື້ອ 20 ຮ້ານ, ກວມເກືອບ 1/3 ຈຳນວນຮ້ານໃນເຫດການນີ້. ຕາມຄະນະຈັດຕັ້ງ. ໃນຊຸມປີມໍ່ໆມານີ້, ຊາວ ເຊັກໂກເປັນຈຳນວນຫຼວງຫຼາຍໄດ້ຮູ້ຈັກເຖິງສິລະປະອາຫານການກິນ ຫວຽດນາມ . ທ່ານ ໂຮ່ຫວຽດ, ພໍ່ຄົວທີ່ເຂົ້າຮ່ວມເຫດການ, ໃຫ້ຮູ້ວ່າ:
“ຊາວເຊັກໂກ ແລະ ຕ່າງປະເທດມາຮັບປະທານອາຫານທີ່ເປັນມູນເຊື້ອຂອງ ຫວຽດນາມເຊັ່ນ, ແນມ, ກຸ້ຈຸບແປ້ງຈື່ນ, ເຝີຊີ້ນໄກ່, ຊີ້ນງົວ. ເຂົາເຈົ້າຍ້ອງວ່າອາຫານເຍື່ອງນີ້ແຊບຫຼາຍ, ອາຫານຂອງຫວຽດນາມບໍ່ໃຊ້ນຳ້ມັນຫຼາຍ“.
ເຂົ້າຮ່ວມງານບຸນອາຫານການກິນອາຊີ, ຢູ່ ເຊັກໂກ, ພ້ອມກັບ ຫວຽດນາມ ຍັງມີປະເທດ ມາເລເຊຍ, ອິນໂດເນເຊຍ, ຈີນ, ໄທ, ມົງໂກນ, ອິນເດຍອີກ.