(vovworld) - ງານວາງສະແດງສິນໃນນ້ຳ ດ້ວຍຂອບຂະໜາດໃຫຍ່ທີ່ສຸດຢູ່ເຂດ ອາເມລິກາ ເໜືອ (ຫຼື International Boston Seafood Show) ຫາກໍ່ໄຂຂຶ້ນຢູ່ນະຄອນ Boston, ປະເທດ ອາເມລິກາ, ອັນໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 1000 ແຫ່ງ ທີ່ມາຈາກ 40 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ. ທີ່ງານວາງສະແດງ, ບັນດາວິສາຫະກິດ ຫວຽດນາມ ໄດ້ສຸມໃສ່ແນະນຳບັນດາປະເພດສິນຄ້າທີ່ເປັນມູນເຊື້ອຄື: ປາຈາ ແລະ ປາບາຊາ ເພື່ອແນໃສ່ຮັກສາ ແລະ ເປີດກ້ວາງຕະຫຼາດສົ່ງອອກ. ທ່ານ ເຈືອງດິ່ງເຮ້ວ (Truong Dinh Hoe), ເລຂາທິການໃຫຍ່ສະຫະພັນສິນໃນນ້ຳ ຫວຽດນາມ (ຫຼື VASEP) ໃຫ້ຮູ້ວ່າ:
“ຈຸດໝາຍຂອງພວກຂ້າພະເຈົ້າແມ່ນແນະນຳໃຫ້ບັນດານັກນຳເຂົ້າ ກ່ຽວກັບການເຄື່ອນໄຫວທີ່ນັບມື້ນັບໄດ້ຮັບການພັດທະນາໃນວິວັດແຫ່ງການຢັ້ງຢືນຂອງສາກົນ ແລະ ລະບົບ ຕິດຕາມກວດກາວິວັດການຜະລິດ, ເພື່ອແນໃສ່ສ້າງຜະລິດຕະພັນທີ່ມີຄວາມສາມາດນຳເຂົ້າຕະຫຼາດໃຫຍ່ກ່ວາ ແລະ ມີຄຸນນະພາບສູງກ່ວາ. ພາຍຫຼັງງານຕະຫຼາດນັດ, ບັນດາວິສະຫະກິດ ຈະມີການຢ້ຽມຢາມບັນດາລູກຄ້າ ເພື່ອສ້າງການພົວພັນ, ກໍ່ຄືຊອກຫາກາລະໂອກາດເປີດກ້ວາງການເຄື່ອນໄຫວສົ່ງອອກ”
ປີ 2012, ອາເມລິກາ ກາຍເປັນຕະຫຼາດນຳເຂົ້າສິນໃນນ້ຳໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍຍອດວົງເງິນເກືອບ 1,2 ຕື້ USD, ກວມກ່ວາ 40% ຍອດຈຳນວນສິນໃນນ້ຳສົ່ງອອກຂອງ ຫວຽດນາມ ໃນທົ່ວໂລກ.