ຫວຽດນາມເຂົ້າຮ່ວມເວທີ ປາໄສສາກົນມະນຸດ ສະທຳຄັ້ງທີ 4 ຢູ່ Azerbaijan
(ພາບ: Bakuforum)
(vovworld)- ແຕ່ວັນທີ 2-4/10, ຢູ່ນະຄອນຫຼວງບາກູຂອງ Azerbaijan ໄດ້ຈັດ ເວທີປາໄສສາກົນມະນຸດສະທຳປະຈຳປີຄັ້ງທີ 4 ໂດຍມີການເຂົ້າຮ່ວມຂອງຜູ້ແທນ 500 ທ່ານຊື່ງແມ່ນບັນດານັກເຄື່ອນໄຫວໃນບັນດາຂົງເຂດການເມືອງ, ວິທະຍາສາດ, ສື່ສານ ແລະ ວັດທະນະທຳທີ່ມາຈາກ 60 ປະເທດ ແນໃສ່ປຶກສາຫາລື ແລະ ໂອ້ລົມສົນທະນາກ່ຽວກັບບັນດາບັນຫາທົ່ວໂລກພວມວາງອອກບັນດາສິ່ງທ້າທາຍໃຫ້ແກ່ມະນຸດໃນສັດຕະວັດທີ 21.
ທີ່ວາລະປຶກສາຫາລື “ການປ່ຽນແປງຂອງສື່ມວນຊົນໃນສັງກະລາດ Digital: ບັນດາທ່າອ່ຽງພັດທະນາໃໝ່“, ທ່ານຫງວຽນດັກເລີ້ຍ, ຜູ້ອຳນວຍການໃຫ່ຍສຳນັກຂ່າວສານຫວຽດນາມ ໄດ້ມີບົດກ່າວປາໄສກ່ຽວກັບການຂະຫຍາຍຂອງສື່ອອນລາຍສັງຄົມ, ບັນດາຮູບແບບການພັດທະນາຂອງສື່ມວນຊົນໃໝ່ໃນສັງຄົມສື່ສານ./.