(vovworld) - ເວທີປາໄສໃຊ້ພາສາຝລັ່ງ ທົ່ວໂລກຄັ້ງທີ 2 ຖືກດຳເນີນໄປໃນລະຫວ່າງວັນທີ 20 – 23/07, ຢູ່ນະຄອນ Liege, ປະເທດແບນຊິກ, ໄດ້ເຕົ້າໂຮມຜູ້ແທນ 1.500 ຄົນເຊິ່ງເປັນຄູສອນ, ນັກສຶກສາຮຽນພາພາຝລັ່ງ ໃນທົ່ວໂລກ. ດ້ວຍຫົວຂໍ້ “ຈົ່ງມີຫົວຄິດປະດິດສ້າງ”, ເຫດການໂດຍອົງການຈັດຕັ້ງສາກົນໃຊ້ພາສາຝລັ່ງ (OIF) ແລະອຳນາດການປົກຄອງເຂດ Wallonie – Brussels ຈັດຕັ້ງ, ເພື່ອແນໃສ່ຊຸກຍູ້ບັນດາໂຄງການໃຊ້ພາສາຝລັ່ງ ຢ່າງມີຫົວຄິດປະດິດສ້າງ. ກ່າວຄຳເຫັນໄຂເວທີປາໄສ, ທ່ານເລຂາທິການໃຫຍ່ OIF, Michaelle Jean ເນັ້ນໜັກວ່າ, ເຫດການແມ່ນໂອກາດເພື່ອເຊີດຊູບັນດາຄຸນຄ່າຂອງພາສາຝລັ່ງ ດ້ວຍ “ຫົວຄິດປະດິດສ້າງ, ປ່ຽນໃໝ່ ແລະ ຂໍ້ລິເລີ່ມ”, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມໃຊ້ພາສາຝລັ່ງ ຈົ່ງຍົກສູງບົດບາດຂອງການມີຫົວຄິດປະດິດສ້າງໃນຍຸກປະຈຸບັນ.
ເວທີປາໄສໃຊ້ພາສາຝລັ່ງທົ່ວໂລກປີ 2015, ໄດ້ໂຄສະນາ 130 ໂຄງການມີຫົວຄິດປະດິດສ້າງ ແລະ ເກືອບ 100 ເຫດການທີ່ກ່ຽວຂ້ອງເຖິງ 5 ຂົງເຂດຄື: ການສຶກສາ, ເສດຖະກິດ, ວັດທະນະທຳ ແລະ ອຸດສາຫະກຳວັດທະນະທຳ, ພາສາຝລັ່ງ ແລະ ການມີຫົວຄິດປະດິດສ້າງ, ສິດຂອງພົນລະເມືອງ. ຄະນະຜູ້ແທນຫວຽດນາມ ລວມມີບັນດາຄູສອນໜຸ່ມ ແລະ ນັກສຶກສາທີ່ມາຈາກບັນດາມະຫາວິທະຍາໄລຢູ່ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ດ່າໜັງ, ເກີນເທີ ໄດ້ເຂົ້າຮ່ວມເວທີປາໄສດ້ວຍໂຄງການ “ຈຸດນັດພົບໃຊ້ພາສາຝລັ່ງ”. ໂຄງການນີ້ແມ່ນເພື່ອແນໃສ່ສ້າງບັນດາຜະລິດຕະພັນທ່ອງທ່ຽວດ້ວຍພາສາຝລັ່ງ ເພື່ອໂຄສະນານະຄອນດ່າໜັງ ເຖິງເພື່ອນມິດສາກົນ.