ຫວຽດນາມເດັດດຽວຄັດຄ້ານບັນດາການເຄື່ອນໄຫວລະເມີດອະທິປະໄຕ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ
(ພາບ: dangcongsan.vn)
(vovworld) - ວັນທີ 29/4, ຫວຽດນາມ ເດັດດຽວຄັດຄ້ານເລື່ອງ ຈີນ ຈັດຕັ້ງການຊ່ວງເຮືອ( Glosbe) ຊິງຂັນ ຕີໜານ ຄັ້ງທີ 5 ຢູ່ໝູ່ເກາະ ຮ່ວາງຊາ, ສ້າງຕັ້ງຫ້ອງການກົມກວດກາ ໂລກລະບາດ, ກວດຄືນການເຂົ້າອອກໄຮໜານໃນເກາະ ຟູ໋ເລິມ. ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຢືນຢັນວ່າ, ຫວຽດນາມມີພື້ນຖານນິຕິກຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢືນຢັນອະທິປະໄຕຂອງ ຫວຽດນາມ ສຳລັບສອງໝູ່ເກົາ ຮ່ວາງຊາ ແລະ ເຈື່ອງຊາ. ບັນດາການເຄື່ອນໄຫວຂອງ ຈີນ ແມ່ນການລະເມີດອະທິປະໄຕຂອງ ຫວຽດນາມ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ, ຫວຽດນາມ ຮຽກຮ້ອງ ຈີນ ບໍ່ໄດ້ດຳເນີນການກະທຳທີ່ຄ້າຍຄືກັນຕື່ມອີກ.