ຫວຽດນາມເປີດກ້ວາງບໍລິເວນຊອກຫາເຮືອບິນຫາຍສາບສູນຂອງມາເລເຊຍ

ຫວຽດນາມເປີດກ້ວາງບໍລິເວນຊອກຫາເຮືອບິນຫາຍສາບສູນຂອງມາເລເຊຍ - ảnh 1
ເຂດຊອກຫາເຮືອບິນຫາຍສາບສູນ
(ພາບປະກອບ)

(vovworld) – ​ຮອດ​ຈຸດ​ເວລາ​ນີ້, ການ​ຊອກ​ຫາ​ເຮືອບິນ ມາ​ເລ​ເຊຍ ຫາຍ​ສາບ​ສູນ ບໍ່​ທັນ​ມີ​ສັນຍານ​ໃໝ່. ສູນ​ສົມທົບ​ວຽກ​ງານ​ຊອກ​ຫາ, ກູ້​ໄພ​ກູ້​ຊີບທາງ​ອາ​ກາດ ຫວຽດນາມ ພວມ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບ​ບັນດາ​ກຳລັງ​ທັງ​ພາຍ​​ໃນ ​ແລະ ຕ່າງປະ​ເທດ​ເພື່ອ​ຊອກ​ຫາ ​ແລະ ​​ເປີດ​ກ້ວາງ​ບໍລິ​ເວນ​ຊອກ​ຫາ​ໃນ​ວັນ​ທີ 11/3. ປະຈຸ​ບັນ, ກຳລັງ​ໄດ້​ແບ່ງ​ເປັນ 2 ບໍລິ​ເວນ, ​ເປີດ​ກ້ວາງ​ບໍລິ​ເວນ​ຊອກ​ຫາ​ເຮືອບິນ ມາ​ເລ​ເຊຍ ​ເຖິງ 20.000 ຕາລາງ​ກິ​ໂລ​​ແມັດ. ກອງທັບ​ອາກາດ ຫວຽດນາມ ​ໄດ້​ຈັດ​ສົ່ງ​ເຮືອບິນ​ລາດ​ຕາ​ເວນ​ທັນ​ສະ​ໄໝ​ທີ່​ສຸດ​ເຂົ້າ​ຮ່ວມ​ການ​ຊອກ​ຫາ.

    ຕອນ​ເຊົ້າວັນ​ທີ 11/3, ​ເຮືອບິນ 2 ລຳ​ໄດ້ບິນ​ຂຶ້ນ​ຈາກ​ສະໜາມ​ບິນ ​ເຕີນ​ເຊີ​ນເຍີ​ດ, ຫັນ​ທິດ​ສູ່​ທາງ​ທິດ​ໃຕ້​ຂອງ​ນະ​ຄອນ ​ແຣກຢ໋າ (​ແຂວງ ກຽນ​ຢາງ). ນອກຈາກ​ນັ້ນ, ຍັງ​ມີ​ເຮືອບິນ​ຈຳນວນ​ໜຶ່ງ​ເຮັດ​ໜ້າ​ທີ່​ສົ່ງ​ຂໍ້​ມູນ​ເຖິງ​ກອງ​ບັນຊາ​ການ​ສູນ​ກາງ.

ຂ່າວ/ບົດ​ອື່ນ