ຫວຽດນາມເປີດຫ້ອງການຕ່າງໜ້າວິທະຍາສາດແລະເຕັກໂນໂລຊີຢູ່ອົດສຕາລີ

ຫວຽດນາມເປີດຫ້ອງການຕ່າງໜ້າວິທະຍາສາດແລະເຕັກໂນໂລຊີຢູ່ອົດສຕາລີ - ảnh 1
ຫວຽດນາມເປີດຫ້ອງການຕ່າງໜ້າ
ວິທະຍາສາດແລະເຕັກໂນໂລຊີຢູ່ອົດສຕາລີ
(ພາບ: vietnamplus)


(vovworld) – ຕອນ​ບ່າຍວັນ​ທີ 24/10, ຫ້ອງການ​ຕ່າງ​ໜ້າ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​​ໄດ້​ເປີດ​ສະຫຼອງ​ຢູ່​ນະຄອນ Sydney, ລັດ New South Wales, ປະ​ເທດ​ອົດສຕາ​ລີ, ທ່ານ ຈູ​ຮ່ວາ, ຫົວ​ໜ້າ​ຫ້ອງການ​ຕ່າງ​ໜ້າວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ປະຈຳ Sydney ​ໃຫ້​ຮູ​້ວ່າ: ລັດ New South Wales ​ແມ່ນ​​ແຫ່ງ​ເຕົ້າ​ໂຮມ 28 ມະຫາ​ວິທະຍາ​ໄລ​ອັນ​ດັບ​ໜຶ່ງ​ຂອງ​ອົດ​ສຕາ​ລີ, ​ເລື່ອງ​ເປີດ​ຫ້ອງ​ການ​ດັ່ງກ່າວ ​ແມ່ນ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້​ອງການ, ຈຸດປະສົງ​ເຊິ່ງລັດຖະບານ​ຫວຽ​ດນາມ ​ໄດ້​ວາງ​ອອກ ​ໃນ​ເລື່ອງ​ນຳ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃຫ້​ກາຍ​ເປັນ​ໜຶ່ງ​ໃນບັນດາ​ຂະ​ແໜງ​ກູນ​ແຈຂອງ​ປະ​ເທດ​ຊາດ. ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອົດ​ສຕາ​ລີ ​ເລືອ​ງ​ແທງ​ງີ້ ​ໃຫ້​ຮູ້​ວ່າ, ​ເຫດການ​ນີ້​ຈະ​ຊ່ວຍ​ເພີ່ມທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິທະຍາ​ສາດ, ​ເຕັກ​ໂນ​ໂລຊີ​ລະຫວ່າງ​ຫວຽດນາມ ​ແລະ ອົດສຕາ​ລີ​.

ຂ່າວ/ບົດ​ອື່ນ