ຫວຽດນາມເປັນເຈົ້າພາບຈັດຕັ້ງການເສັງOlympicຊີວະສາດສາກົນຕັ້ງທີ27
ຫວຽດນາມເປັນເຈົ້າພາບຈັດຕັ້ງການເສັງ
Olympicຊີວະສາດສາກົນຕັ້ງທີ 27
(ພາບສຳນັກຂ່າວສານຫວຽນາມ)
(vovworld) - ການເສັງ Olympic ຊີວະສາດສາກົນຄັ້ງທີ 27 ຈະດຳເນີນຢູ່ ຫວຽດນາມ ໃນລະຫວ່າງວັນທີ 17 – 23/07, ດ້ວຍການເຂົ້າຮ່ວມຂອງ 71 ຄະນະທີ່ມາຈາກບັນດາປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ເພື່ອກະກຽມໃຫ້ການເສັງ Olympic ຊີວະສາດ 2016 ເປັນຢ່າງດີຄະນະຈັດຕັ້ງໄດ້ເຊີນບັນດານັກວິທະຍາສາດ, ຄູອາຈານມີຊື່ສຽງໃນທົ່ວປະເທດເຂົ້າຮ່ວມການຝຶກອົບຮົມໃຫ້ຄະນະນັກຮຽນ ຫວຽດນາມ. ສາດສະດາຈານ, ປະລິນຍາເອກ ຫງວຽນວັນມີງ ຜູ້ອຳ ນວຍການມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ຫົວໜ້າຄະນະຈັດຕັ້ງການເສັງ Olympic ຊີວະສາດສາກົນຄັ້ງທີ 27 ໃຫ້ຮູ້ວ່າ:
“ບັນດາອະນຸກຳມະການລວມມີ ກະຊວງ, ຂະແໜງການຫລາຍທີ່ສຸດປະມານ 350 ຄົນ. ຜູ້ອາສາສະໝັກເຂົ້າຮ່ວມແມ່ນ 110 ຄົນທີ່ມາຈາກບັນດາມະຫາວິມະຍາໄລຢູ່ ຮ່າໂນ້ຍ. ຈຸດໃໝ່ໃນທີ່ນີ້ແມ່ນເປັນຄັ້ງທຳອິດທີ່ຈັດຕັ້ງ Olympic ຊີວະສາດດ້ວຍຈຳນວນປະເທດເຂົ້າຮ່ວມຫລາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ”