ຫວຽດນາມເພີ່ມທະວີການຕິດຕາມໂລກລະບາດ Ebola

    ຫວຽດນາມເພີ່ມທະວີການຕິດຕາມໂລກລະບາດ Ebola  - ảnh 1
ການຕິດຕາມ​ກວດກາ​ດ້ານ​ການ​ແພດ​ຢູ່​ດ່ານ​ອາກາດ​ສະຍານ ​ເຕີນ​ເຊີນ​ເຍີ​ດ

(vovworld)- ຕໍ່ໜ້າໄພອັນຕະລາຍແຜ່ລະບາດຂອງເຊື້ອໄວຣັດ Ebola ​ໃນ​ທົ່ວ​ໂລກ, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ​ໄດ້​ເຮັດ​ວຽກ​ກັບ​ອົງການ​ອະນາ​ໄມ​ໂລກ ສະ​ເໜີ​ໃຫ້​ສະໜອງ​ຕົວ​ຢາງ​ພະຍາດ ​ແລະ ໜູນ​ຊ່ວຍ​ດ້ານ​ວິຊາ​ການ​ບົ່ງ​ມະຕິ​ພະຍາດ​ໃຫ້​ຫວຽດນາມ. ຕົວຢ່າງ​ພະຍາດ​ດັ່ງກ່າວ​ຈະ​ຖືກ​ສົ່ງ​ມາ​ວິ​ໄຈ​ຢູ່​ທີ່​ສະ​ຖາ​ບັນ​ອະນາ​ໄມ​ໂລກລະບາດ​ວິທະຍາ​ສູນ​ກາງ ​ແລະ ສະ​ຖາ​ບັນ Pasteur ນະຄອນ​ໂຮ່ຈິ​ມິນ. ​ໃນ​ຂະນະ​ນັ້ນ, ພະ​ແນ​ກສາທາລະນະ​ສຸກ​ນະຄອນ​ໂຮ່ຈິ​ມິນ ຈະ​ສຸມ​ໃສ່​ຕິດຕາມ​ກວດກາ​ດ້ານ​ການ​ແພດ​ຢູ່​ດ່ານ​ອາກາດ​ສະຍານ ​ເຕີນ​ເຊີນ​ເຍີ​ດ. ທ່ານໝໍ ຫງວຽນ​ຮຶ້ວຮຶງ ຮອງ​ຫົວໜ້າ ພະ​ແນ​ກສາທາລະນະ​ສຸກ​ນະຄອນ​ໂຮ່ຈິ​ມິນ​ໃຫ້​ຮູ້​ວ່າ : “ ປະຈຸ​ບັນ, ພວກ​ເຮົາ​ສຸມ​ໃສ່​ຕິດຕາມ​ບັນດາ​ກໍລະນີ​ຄົນ​ເຈັບທີ່​ມາ​ຈາກ 11 ປະ​ເທດ​ເກີດ​ໂລກລະບາດ.  ຖ້າ​ຫາກ​ກວດ​ພົບ​ມີ​ຄົນ​ເຈັບ​ຕິດພະຍາດ​ນີ້, ຈະ​ແຍກ​ຢູ່​ຕ່າງຫາກ ​ແລະ ຈະ​ມີ​ວິທີ​ແກ້​ໄຂ​ໃນ​ທັນ​ທີ່. ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ແຫ່ງ​ມີ​ແຂກ​ທ່ອງ​ທ່ຽວ​ມາ​ເຕົ້າ​ໂຮມ​ໜາ​ແໜ້ນ​ຄື ສະໜາມ​ບິນ, ທ່າ​ກຳ​ປັ່ນ....ບັນດາ​ຜູ້​ທີ່​ມາ​ຈາກ​ເຂດ​ແຄ້ວ​ນ​ເກີດ​ໂລກລະບາດ ຖ​້າມີ​ອາການ​ສົງ​ໄສ​ນັ້ນ, ພວກ​ເຮົາ​ຈະ​ດຳ​ເນີນ​ມາດ​ຕະການ​ຕິດຕາມ ”

ຂ່າວ/ບົດ​ອື່ນ