ຫວຽດນາມເພີ່ມທະວີການພົບປະແລກປ່ຽນມິດຕະພາບກັບເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ

ຫວຽດນາມເພີ່ມທະວີການພົບປະແລກປ່ຽນມິດຕະພາບກັບເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ - ảnh 1
ການຕ້ອນຮັບໃນວັນທີ 27/4

(vovworld) - ວັນ​ທີ 27/4, ທີ່​ການ​ຕ້ອນຮັບ​ທ່ານ ເປິ໋ງຈິງ​ຄວາ, ເລຂາ​ຄະນະ​ພັກ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ​ຈວາງ, ​ແຂວງ​ກວາງ​ສີ, ຈີນ, ທີ່​ພວມ​ຢ້ຽມຢາມ ຫວຽດນາມ, ທ່ານ ຫງວຽນ​ຊວນ​ຟຸກ, ​ນາຍົກລັດຖະມົນຕີ ຫວຽດນາມ ​ເນັ້ນ​ໜັກ​ວ່າ, ກວາງ​ສີ​ ແມ່ນ​ທ້ອງ​ຖິ່​ນທີ່​ມີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ຫວຽດນາມ, ທັງ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ດັ່ງ​ນັ້ນ​ສອງ​ຝ່າຍ​ຄວນສືບ​ຕໍ່​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ, ກະກຽມ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ໃນ​ປີ​ນີ້​ໃຫ້​ດີ; ພ້ອມ​ທັງ​ເປີດ​ກ​້ວາງ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ ​ແລະ ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຄົມມະນາຄົມ. ທ່ານ​ນາຍົກລັດຖະມົນຕີຫວັງວ່າ, ອຳນາດ​ການ​ປົກຄອງ​ແຂວງ ກວາງ​ສີ​ ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນຳ້ຂອງ​ຫວຽດນາມ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ຫວຽດນາມ - ຈີນ​ໃຫ້​ພັດທະນາ​ຢ່າງ​ສົມ​ດຸນ, ໝັ້ນຄົງ, ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງກວ່າ​ອີກ. ທ່ານ​ນາຍົກລັດຖະມົນຕີກໍ່ສະ​ເໜີ​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ປະຕິບັດ​ສັນຍາ​ຮ່ວມ​ມື​ປົກ​ປັກ​ຮັກສາ ​ແລະ ຂຸດ​ຄົ້ນ​ຊັບພະຍາກອນ​ດ້ານ​ການທ່ອງທ່ຽວ​ຢູ່​ເຂດ​ນຳ້ຕົກຕາດ ບ້ານ​ຢົກ, ສັນຍາ​ກ່ຽວ​ກັບ​ເຮືອ, ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ການທ່ອງທ່ຽວ​ຢູ່​ເຂດ​ຊາຍ​ແດນ; ພ້ອມ​ກັນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ.

        ​ໃນ​ວັນ​ດຽວ​ກັນ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ມີ​ການ​ຕ້ອນຮັບ​ທ່ານ ​ເຈິ໋ນໝິນອໍ, ​ເລຂາ​ຄະນະ​ພັກ​ແຂວງ ​ໄກວ​ເຈົາ, ​ແຫ່ງ​ປະ​ເທດ​ຈີນ. ທ່ານ​ນາຍົກລັດຖະມົນຕີຊົມ​ເຊີຍ​ການ​ຍູ້​ແຮງ​ການ​ຮ່ວມ​ມືທາງ​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ​ໄກວ​ເຈົາ ​ແລະ ບັນດາ​ທ້ອງ​ຖີ່​ນຂອງ​ຫວຽດນາມ… ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ແຂວງ ​ໄກວ​ເຈົາສົ່ງ​ເສີມ​ແລະ​ຊຸກຍູ້​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ກຳລັງຄວາມ​ສາມາດຂອງ​ແຂວງ​ລົງທຶນ​ເຂົ້າ ຫວຽດນາມ ກໍ່​ຄື​ບັນດາ​ວິ​ສາ​ຫະກິດ ຫວຽດນາມ​ລົງທຶນ​ເຂົ້າ​​ແຂວງ ​ໄກວ​ເຈົາ. ສ່ວນ​ທ່ານ ​ເຈິ໋ນໝິນອໍ ກໍ່​ຢືນຢັນ​ວ່າ, ການ​ເຄື່ອ​ນ​ໄຫວ​ຮ່ວມ​ມື​ດ້ານ​ການ​ສຶກສາ​ກັບ ຫວຽດນາມ ​ແມ່ນ​ບຸລິ​ມະ​ສິດ​ຂອງ ​ໄກວ​ເຈົາ, ດັ່ງ​ນັ້ນ, ​ໄກວ​ເຈົາ ຈະ​ສືບ​ຕໍ່​ສະຫງວນ​ທຶນ​ສຶກສາ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ສຶກສາ ຫວຽດນາມ​​ ໃນ​ການ​ຮຳ່ຮຽນ ​ແລະ ດຳລົງ​ຊີວິດ​ຢູ່​ແຂວງ​ນີ້.


ຂ່າວ/ບົດ​ອື່ນ