ທ່ານຮອງນາຍົກລັດຖະມົນຕີ ຫງວູວັນນີງ ແລະ ທ່ານ
ເລຂາທິການໃຫຍ່ UNCTAD Mukhisa Kituyi
(ພາບ: ThanhChung/VGP)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ເອີລົບ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ກັບບັນດາປະເທດ, ອົງການເສດຖະກິດຂອງໂລກ ແລະ ພາກພື້ນ, ວັນທີ 14/9, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ, ຫົວໜ້າຄະນະຊີ້ນຳລະຫວ່າງຂະແໜງຮ່ວມມືສາກົນກ່ຽວກັບເສດຖະກິດຂອງ ຫວຽດນາມ, ໄດ້ພົບປະກັບຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO), ເລຂາທິການໃຫຍ່ເວທີປາໄສການຄ້າ ແລະ ພັດທະນາສະຫະປະຊາຊາດ (UNCTAD) ແລະ ການນຳສູນໃຫ້ຄຳປຶກສາກົດໝາຍສາກົນຂອງ WTO (ACWL).
ທີ່ການພົບປະກັບທ່ານເລຂາທິການໃຫຍ່ UNCTAD Mukhisa Kituyi, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ສະເໜີ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນການເຄື່ອນໄຫວຄົ້ນຄວ້າ, ການວາງແຜນນະໂຍບາຍ, ການລົງທຶນດ້ານການຄ້າ; ເຈລະຈາ WTO, ຄຸ້ມຄອງດ້ານການເງິນ, ບຳລຸງສ້າງພະນັກງານ. ທ່ານ Mukhisa Kituyi ຢືນຢັນວ່າ: UNCTAD ຈະສືບຕໍ່ສົມທົບກັບ ຫວຽດນາມ ເພື່ອຜັນຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ ແລະ ຕອບສະໜອງຄວາມສົນໃຈ ແລະ ຜົນປະໂຫຍດແຫ່ງການພັດທະນາຂອງ ຫວຽດນາມ.
ກ່າວຄຳເຫັນທີ່ການເຮັດວຽກກັບຜູ້ອຳນວຍການໃຫຍ່ WTO ແລະ ການນຳສູນໃຫ້ຄຳປຶກສາກົດໝາຍສາກົນ WTO (ACWL), ຜູ້ອຳນວຍການໃຫຍ່ທ່ານ Roberto Azevedo ຢືນຢັນ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ເພື່ອຜົນປະໂຫຍດຂອງປະເທດສະມາຊິກ ແລະ ພື້ນຖານເສດຖະກິດທົ່ວໂລກ.
ທີ່ການພົບປະກັບຮອງຜູ້ອຳນວຍການ ACWL, ທະນາຍຄວາມ Cherise M. Valles ແລະ Leo Palma, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຫວັງວ່າ: ACWL ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການສະໜອງບັນດາການບໍລິການນິຕິກຳ, ຊ່ວຍໃຫ້ບັນດາພະນັກງານນິຕິກຳຂອງ ຫວຽດນາມ ເຊື່ອໝັ້ນຕົນເອງກ່ວາ ໃນການເຂົ້າໃຈ ແລະ ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການຄ້າສາກົນ ແລະ ແກ້ໄຂຄວາມຂັດແຍ້ງກັນໃນຂອບເຂດ WTO.
ແລະໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄດ້ຢ້ຽມຢາມ ແລະ ໂອ້ລົມກັບຄະນະປະຕິບັດງານ ຫວຽດນາມ ປະຈຳ ເຊີແນວ ປະເທດ ສະວິດ.