(vovworld) – ໃນຂອບເຂດການເຂົ້າຮ່ວມກອງປະຊຸມຫົວໜ້າອົງການໄອຍະການ ບັນດາປະເທດ ອາຊຽນ - ຈີນ ຄັ້ງທີ 10 ຢູ່ນະຄອນຫຼວງ ວຽງຈັນ, ຕອນບ່າຍວັນທີ 8/11, ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ໂດຍທ່ານ ເລມີງຈີ໋, ຫົວໜ້າອົງການໄອຍະການ ເປັນຫົວໜ້າຄະນະໄດ້ມີການພົບປະ 2 ຝ່າຍກັບທ່ານ ຄຳສອນ ສຸວົງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ ແລະ ທ່ານ ຖາວຈຽນໝິນ, ຫົວໜ້າອົງການໄອຍະການສູງສຸດຈີນ. ທີ່ການເຮັດວຽກກັບ ທ່ານ ຄຳສອນ ສຸວົງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ, 2 ຝ່າຍໄດ້ຕີລາຄາໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ອົງການໄອຍະການໃນໄລຍະຜ່ານມາ, ຢືນຢັນວ່າ: ນັບແຕ່ເມື່ອ 2 ຝ່າຍເຊັນຂໍ້ຕົກລົງຮ່ວມມືເປັນຄັ້ງທຳອິດເມື່ອປີ 1997 ມາຮອດປະຈຸບັນ, ການຮ່ວມມືລະຫວ່າງ 2 ອົງການນັບມື້ນັບພັດທະນາຢ່າງດີງາມ, ມີປະສິດທິຜົນ ແລະ ແທດຈິງ.
ທີ່ການຕ້ອນຮັບ ທ່ານ ຖາວຈຽນໝິນ, ຫົວໜ້າອົງການໄອຍະການສູງສຸດຈີນ, 2 ຝ່າຍເຫັນດີເປັນເອກະສັນໃນໄລຍະຈະມາເຖິງ ຈະປະຕິບັດບັນດາຂໍ້ຕົກລົງຮ່ວມມື ທີ່ໄດ້ເຊັນກັນແລ້ວຢ່າງມີປະສິດທິຜົນ, ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນໄປມາຢ້ຽມຢາມ, ເຮັດວຽກ, ເພີ່ມທະວີການຮ່ວມມືໃນການບຳລຸງສ້າງພະນັກງານໄອຍະການ.