ຫວຽດນາມເພີ່ມທະວີການຮ່ວມມືດ້ານເສດຖະກິດ,ການຄ້າກັບກາຢັກສຖານ, ອານເຊຣີ,ປອກຕຸຍການ,ບຸນກາຣີ
(ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸຍແທງເຊີນ)
(vovworld) - ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດການໄປປະຕິບັດງານ ໃນລະຫວ່າງວັນທີ 29/05 – 06/06, ເຂົ້າຮ່ວມພິທີລົງນາມໃນສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ແລະ ພັນທະມິດເສດຖະກິດອາຊີ - ເອີລົບ ຢູ່ສ.ກາຢັກສະຖານ, ຢ້ຽມຢາມອານເຊຣີ, ປອກຕຸຍການ ແລະ ບຸນກາຣີ ຢ່າງເປັນທາງການ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸຍແທງເຊີນ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງການຢ້ຽມຢາມ. ຕາມທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸຍແທງເຊີນ ແລ້ວ, ໃນຂະນະທີ່ການຢ້ຽມຢາມ ກາຢັກສະຖານ ມີຄວາມໝາຍເຊື່ອມຕໍ່ເສດຖະກິດຫຼາຍຝ່າຍ, ການຢ້ຽມຢາມ ອາເຊຣີ, ປອກຕຸຍການ, ບຸນກາຣີ ແມ່ນການເຊື່ອມຕໍ່ຂອງບັນດາການພົວພັນ 2 ຝ່າຍທີ່ເປັນຫຼາຍຮູບຫຼາຍແບບ. ທ່ານ ບຸຍແທງເຊີນ ໃຫ້ຮູ້ວ່າ, ເລື່ອງລົງນາມໃນສັນຍາການຄ້າເສລີສະບັບທຳອິດລະຫວ່າງບັນດາປະເທດ ສະມາຊິກພັນທະມິດ ເສດຖະກິດ ອາຊີ - ເອີລົບ ກັບຫວຽດນາມ ແມ່ນເຫດການປະຫວັດສາດ, ເປີດທິດທາງຮ່ວມມືບໍ່ພຽງແຕ່ກັບຫວຽດນາມ ໃນຖານະເປັນປະເທດສະມາຊິກເທົ່ານັ້ນ, ຫາກຍັງກັບພາກພື້ນອາຊຽນ ອີກດ້ວຍ.
ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸຍແທງເຊີນ ໃຫ້ຮູ້ວ່າ, ບັນດາປະເທດ ອານເຊຣີ, ປອກຕຸຍການ ແລະ ບຸນກາຣີ ລ້ວນແຕ່ເນັ້ນໜັກເຖິງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແມ່ນຖຶກກັບເວລາທີ່ການຮ່ວມມື 2 ຝ່າຍທີ່ຈຳເປັນ ມີພື້ນຖານດ້ານການເມືອງຢ່າງແຮງ ເພື່ອບືນຕົວຂຶ້ນ, ຫັນໄປສູ່ການພັດທະນາກວ່າອີກ, ຕອບສະໜອງຄວາມຮຽກຮ້ອງຂອງທຸກຝ່າຍ. ບັນດາການເຈລະຈາ, ພົບປະເຈລະຈາ, ການພົບປະລະຫວ່າງທ່ານນາຍົດລັດຖະມົນຕີ ຫງວຽນເຕີນຢຸງ ກັບປະທານາທິບໍດີ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ຂອງບັນດາປະເທດນີ້ ແມ່ນກາລະໂອກາດເພື່ອແລກປ່ຽນການກຳນົດທິດຮ່ວມມືໃນອະນາຄົດຢ່າງເລິກເຊິ່ງ, ກວ້າງຂວາງ.
ບັນດາປະເທດກໍ່ຕີລາຄາສູງການສົມທົບລະຫວ່າງຫວຽດນາມ ກັບບັນດາປະເທດດັ່ງກ່າວບົນເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ, ຕີລາຄາສູງທີ່ຕັ້ງບົດບາດທີ່ນັບມື້ນັບສູງຂອງຫວຽດນາມ ຢູ່ພາກພື້ນ, ສາກົນ ແລະ ປາດຖະໜາຢາກສືບຕໍ່ແລກປ່ຽນ, ສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງ, ເວທີປາໄສສາກົນອື່ນ.