ຫວຽດນາມເພີ່ມທະວີການໂຄສະນາຢູ່ງານຕະຫຼາດນັດທ່ອງທ່ຽວໃຫຍ່ກວ່າໝູ່ໃນໂລກ

ຫວຽດນາມເພີ່ມທະວີການໂຄສະນາຢູ່ງານຕະຫຼາດນັດທ່ອງທ່ຽວໃຫຍ່ກວ່າໝູ່ໃນໂລກ - ảnh 1
ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ຢູ່​
ງານ​ຕະ​ຫຼາດ​ນັ​ດ​ທ່ອງ​ທ່ຽວ​ໃຫຍ່ກວ່​າ​ໝູ່​ໃນ​ໂລກ
(ພາບ: TTXVN)


(vovworld) - ​​ວັນ​ທີ 08/03, ຢູ່​ສູນ​ງານ​ຕະ​ຫຼາດ​ນັດ​ວາງ​ສະ​ແດງ Messe ນະ​ຄອນ​ຫຼວງ Berlin, ງານ​ຕະ​ຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ - ITB Berlin 2017 ຖືກ​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ​ເພື່ອ​ຕ້ອນ​ຮັບ​ແຂກ. ດ້ວຍ​​ການ​ເຂົ້າ​ຮ່ວມ​ຂອງ 10.000 ກວ່າອົງ​ກາ​ນ​​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ, ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ, ໂຮງ​ແຮມ ແລະ ເຂດ​ພັກ​ຜ່ອນບ​ຳ​ລຸ​ງ​ສຸ​ຂະ​ພາບ ທີ່​ມາ​ຈາກ 180 ປະ​ເທດ ແລະ ເຂດ​ແຄ້​ວນ, ITB Berlin 2017 ແມ່ນ​ເຫ​ດ​ການ​ສຳ​ຄັນ​ທີ່​ສຸດ​ໃນ​ປີ​ຂອງ​ຂະ​ແໜງ​ທ່ອງ​ທ່​ຽວ​ໂລກ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ສາ​ກົນ​ພົບ​ປະ, ແບ່ງ​ປັນ​ບົດ​ຮຽນ, ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ, ​ທັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ຊອ​ກ​ຮູ້ ແລະ ຄັດ​ເລືອກ​ສະ​ຖານ​ທ​ີ່​ທ່ອງ​ທ່ຽວ. ເຂົ້າ​ຮ່ວມ ITB Berlin ຄັ້ງ​ທີ 51, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ ຮ່າ​ວັນ​ຊຽວ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ນຳ​ໜ້າ, ພ້ອມ​ກັບ​ພາກ​ສ່ວນ​ທີ່​ມາ​ຈາກ​ກົມ​ໃຫຍ່​ທ່ອງ​ທ່ຽວ, ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ຫວຽດ​ນາມ ແລະ ວິ​ສາ​ຫະ​ກິດທ່ອງ​ທ່ຽ​ວ​ໃນ​ທົ່ວ​ປະ​ເທດ 32 ແຫ່ງ.

        ທີ່ ITB Berlin 2017, ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​ຈ​ັດ​ບັນ​ດາ​ການ​ປະ​ຊຸມ​ຂ່າວ, ຕ້ອນ​ຮັບ, ສະ​ແດງ​ສີ​ລະ​ປະ ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ.
ຂ່າວ/ບົດ​ອື່ນ