ຫວຽດນາມເລື່ອນ3ຂັ້ນກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ

ຫວຽດນາມເລື່ອນ3ຂັ້ນກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ - ảnh 1
(ພາບປະກອບ)

(vovworld) – ​ ຫວຽດນາມ ຖືກ​ຈັດ​ອັນ​ດັບທີ 90 ​ໃນ​ຈຳນວນ 189 ປະ​ເທດ, ມີພື້ນຖານ​ເສດຖະກິດ​ກ່ຽວ​ກັບສະພາບ​ແວດ​ລ້ອມ​ແຫ່ງ​ການດຳ​ເນີນ​ທຸລະ​ກິດ, ​ເລື່ອນ 3 ຂັ້ນ​ເມື່ອ​ທຽບ​ໃສ່​ກັບ​ປີ​ກ່ອນ. ບົດ​ລາຍ​ງານ​ປະກາດ​ດັດຊະນີສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ປີ 2016 (Doing Bussiness 2016) ຂອງ​ທະນາຄານ​ໂລກ​ ຫາ​ກໍ່​ໃຫ້​ຮູ້​ຄື​ດັ່ງກ່າວ. ຕາມ​ບົດລາຍ​ງານ​ແລ້ວ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ ຫວຽດນາມ ມີ​ການ​ປັບປຸງ​ຫລາຍ​ຢ່າງ​​ເມື່ອ​ທຽບ​ໃສ່​​ປີ​ກ່ອນ, ​ໃນ​ບັນດາ​ຂົງ​ເຂດ​ຄື​ການດຳ​ເນີນທຸລະ​ກິດ, ການສຳ​ພັດ​ພະລັງງານ​ໄຟ​ຟ້າ, ການສຳ​ພັດ​ບ້ວງ​ສິນ​ເຊື່ອ, ການ​ເສຍ​ພາສີ​ອາກອນ. ​ໃນ​ຕາ​ລະ​ລາງ​​ຈັດ​ອັນ​ດັບ​ປີ​ນີ້, ທະນາຄານ​ໂລກ ກໍ​ເພີ່ມ​ເຕີມ​ຕື່ມ​ບາງ​ມາດຖານ​ຄື: ຄຸນ​ນະພາ​ບບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ປະຕິບັດ; ລະດັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ການ​ສະໜອງ​ໄຟຟ້າ, ລັກສະນະ​ໂປ່​ງ​ໃສ​ຂອງ​ພາສີ​ອາກອນ ​ແລະ ລາຄາ​ໄຟຟ້າ. ຕາມ​ບົດ​ລາຍ​ງານ​ແລ້ວ, ບັນດາ​ພື້ນຖານ​ເສດຖະກິດ​ທີ່ຂຶ້ນ​ກັບ​ທຸກ​ກຸ່ມ​ລາຍ​ຮັບ ລ້ວນ​ແຕ່​ປະຕິບັດ​ການ​ປະຕິ​ຮູບ, ​ໃນ​ນັ້ນ ບັນດາ​ປະ​ເທດ​ນຳ​ໜ້າ​ລວມມີ: ຫວຽດນາມ, ຈີນ ​ແລະ ອິນ​ໂດ​ເນ​ເຊຍ.

ຂ່າວ/ບົດ​ອື່ນ