(VOVWORLD) -ວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ຄະນະປະຕິບັດງານສະຫະພາບເອີລົບ ປະຈຳຫວຽດນາມ, ສະມາຄົມວິສາຫະກິດເອີລົບປະຈຳຫວຽດນາມ (EuroCham) ຈັດກອງປະຊຸມ “ພົບປະເອີລົບ 2018” ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບບັນດາອົງການຄູ່ຮ່ວມມືເອີລົບ ໃນບັນດາຂົງເຂດທີ່ 2 ຝ່າຍຕ່າງມີຄວາມສົນໃຈ.
(ໄຂກອງປະຊຸມ “ພົບປະເອີລົບ 2018”) |
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ, ການພົວພັນລະຫວ່າງຫວຽດນາມ ແລະ ເອີລົບ ໃນຊຸມປີຜ່ານມາໄດ້ນຳມາເຊິ່ງໝາກຜົນຮ່ວມມືຫຼາຍຢ່າງ, ຮອບດ້ານໃນຫຼາຍຂົງເຂດ… ບັນດາຄູ່ຮ່ວມມືເອີລົບໄດ້ກາຍເປັນບັນດາເພື່ອນຮ່ວມເດີນທາງທີ່ໃກ້ຊິດສະໜິດສະໜົມຂອງຫວຽດນາມ ໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່, ພັດທະນາ ແລະ ເປີດປະຕູເຊື່ອມໂຍງ, ແມ່ນນັກລົງທຶນ FDI ລາຍໃຫຍ່ ດ້ວຍຍອດເງິນລົງທຶນເກືອບ 25 ຕື້ USD, ແມ່ນນັກສະໜອງການຊ່ວຍເຫຼືອລ້າໃຫຍ່ທີ່ສຸດຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ປະຈຸບັນ, ຫວຽດນາມ - ເອີລົບ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດອັນໃຫຍ່ຫຼວງ ເພື່ອຍົກລະດັບການພົວພັນ, ພັດທະນາຢ່າງແຮງ ແລະ ເລິກເຊິ່ງກວ້າງຂວາງຍິ່ງກວ່າເວລາໃດໝົດ.
“ກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນຮ່ວມມື ບໍ່ພຽງແຕ່ມາຈາກຫວຽດນາມເທົ່ານັ້ນ, ຫາກຍັງມາຈາກການກຽມພ້ອມ ແລະ ຄວາມຕັດສິນໃຈຂອງພວກເພື່ອນ. ລັດຖະບານຫວຽດນາມ ຍາມໃດກໍ່ຕີລາຄາສູງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງປະຊາຄົມ ດ້ວຍວິສາຫະກິດເອີລົບ ຢູ່ຫວຽດນາມ ກວ່າ 2.000 ແຫ່ງ. ຄວາມຕ້ອງການພັດທະນາຂອງຫວຽດນາມ ໃນຫຼາຍຂົງເຂດແມ່ນເໝາະສົມກັບທ່າແຮງຂອງພວກເພື່ອນກ່ຽວກັບດ້ານທຶນຮອນ, ການບໍລິການ, ເຕັກໂນໂລຊີກ້າວໜ້າໃນການພັດທະນາພື້ນຖານໂຄງລ່າງ, ທ່າກ່ຳປັ່ນ, ທ່າອາກາດສະຍານ, ການທ່ອງທ່ຽວ…”
ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບເອີລົບ (EU) ປະຈຳຫວຽດນາມ Bruno Angelet, ໃຫ້ຮູ້ວ່າ, ຄາດວ່າທ້າຍປີນີ້, ສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EVFTA) ຈະໄດ້ຮັບການລົງນາມ.
“ເມື່ອສັນຍາໄດ້ຮັບການລົງນາມ, ຫວຽດນາມ ຈະເຂົ້າຮ່ວມກຸ່ມບັນດາປະເທດມີສັນຍາການຄ້າເສລີລຸ້ນໃໝ່ກັບ EU ຄື: ຍີ່ປຸ່ນ, ສ.ເກົາຫຼີ ແລະ ສິງກະໂປ. ອາດເວົ້າໄດ້ວ່າ, ທ້າຍປີ 2018, ຫວຽດນາມ ຈະທຽບເທົ່າກັບບັນດາປະເທດແຖວໜ້າຢູ່ອາຊີ ກໍ່ຄືບັນດາປະເທດອື່ນໃນໂລກ, ມີການແລກປ່ຽນການຄ້າກັບ EU ເຊິ່ງແມ່ນໜຶ່ງໃນບັນດາຄູ່ຄ້າໃຫຍ່ກວ່າໝຢູູ່່ໃນໂລກ ແລະ ແມ່ນນັກລົງທຶນລາຍໃຫຍ່ຢູ່ຫຼາຍພາກພື້ນ. ສິ່ງດັ່ງກ່າວໝາຍຄວາມວ່າ EU ກໍ່ຈະນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຫວຽດນາມ”.
ເນື່ອງໃນໂອກາດນີ້, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຜູ້ຕາງໜ້າບັນດາຄູ່ຮ່ວມມືເອີລົບ, ກະຊວງການຕ່າງປະເທດຫວຽດນາມ ແລະ ສະຫະສະມາຄົມວິສາຫະກິດເອີລົບ ປະຈຳຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມື ເພື່ອແນໃສ່ຊ່ວຍໃຫ້ບັນດາວິສາຫະກິດຫວຽດນາມ ແລະ ເອີລົບຊຸກຍູ້ການຮ່ວມມື.