ຫວຽດນາມເອົາໃຈໃສ່ຍົກສູງຄຸນນະພາບ ແລະ ມູນຄ່າຂອງເຂົ້າສານ

(VOVWORLD) -ຕອນເຊົ້າວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ສົມທົບກັບວາລະສານ The Rice Trader ຈັດກອງປະຊຸມເຂົ້າສານໂລກຄັ້ງທີ 10.

ຫວຽດນາມເອົາໃຈໃສ່ຍົກສູງຄຸນນະພາບ ແລະ ມູນຄ່າຂອງເຂົ້າສານ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN)

ການພັດທະນາຕະຫຼາດສົ່ງອອກໃຫ້ແກ່ສິນຄ້າເຂົ້າສານຫວຽດນາມ ໄດ້ຮັບການກຳນົດຢ່າງຈະແຈ້ງວ່າ: ແມ່ນເປົ້າໝາຍ, ທິດທາງລະອຽດໃນຍຸດທະສາດພັດທະນາຕະຫຼາດສົ່ງອອກເຂົ້າສານຂອງຫວຽດນາມ ໃນໄລຍະ 2017 – 2020. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ດຳລັດສະບັບໃໝ່ກ່ຽວກັບການດຳເນີນທຸລະກິດສົ່ງອອກເຂົ້າສານ ແລະ ມີຍຸດທະສາດສະເພາະກ່ຽວກັບການພັດທະນາຕະຫຼາດສົ່ງອອກເຂົ້າສານ, ໃນນັ້ນໄດ້ວາງຄາດໝາຍ, ຄວາມຮຽກຮ້ອງຕ້ອງການເພີ່ມທະວີການຮ່ວມສຳພັນໃນການຜະລິດ ຕິດພັນກັບຕະຫຼາດຕາມລະບົບມູນຄ່າ, ຮັບປະກັນຄຸນນະພາບເຂົ້າສານທີ່ສົ່ງອອກ… ເພື່ອຢືນຢັນອິດທິພົນຊື່ສຽງ ແລະ ເຄື່ອງໝາຍການຄ້າເຂົ້າສານຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເວື້ອງດິ່ງເຫ້ວ, ເນັ້ນໜັກວ່າ.

        “ປີ 2018 ແມ່ນຄົບຮອບ 10 ແຫ່ງວັນສະເຫຼີມສະຫຼອງກອງປະຊຸມເຂົ້າສານໂລກ ເປັນກຽດທີ່ສຸດທີ່ຫວຽດນາມ ແມ່ນປະເທດສົມທົບກັນຈັດກອງປະຊຸມເນື່ອງໃນໂອກາດນີ້. ດ້ວຍສານທີ່ວ່າ “ລົງທຶນເຂົ້າໃນຂະແໜງເຂົ້າສານໃນອະນາຄົດ”, ພວກເຮົາຈະພ້ອມກັນປຶກສາຫາລືບັນດາບັນຫາສຳຄັນຕໍ່ການພັດທະນາເຂົ້າສານໃນທົ່ວໂລກ, ແບ່ງປັນບົດຮຽນໃນການຜະລິດເຂົ້າສານແບບຍືນຍົງ, ໃນການຄຸ້ມຄອງລະບົບສະໜອງ, ສ້າງ ແລະ ພັດທະນາເຄື່ອງໝາຍການຄ້າເຂົ້າສານ ແລະ ນຳໃຊ້ການປະຕິວັດອຸດສາຫະກຳ 4.0 ໃນຂະແໜງເຂົ້າສານ. ພ້ອມທັງແບ່ງປັນ, ປະກອບຄຳເຫັນໃຫ້ແກ່ທິດທາງພັດທະນາການຜະລິດ, ເຄື່ອງໝາຍການຄ້າເຂົ້າສານຂອງຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ