ຫວຽດນາມແມ່ນຄູ່ຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນທີ່ສຳຄັນກ່ວາໝູ່ຂອງອັກຊັງຕິນ

(VOVWORLD) -ທ່ານນາງຮອງປະທານາທິບໍດີ ອັງຊັງຕິນ  Gabriela Michetti ຢືນຢັນວ່າ ຫວຽດນາມແມ່ນໜຶ່ງໃນບັນດາ ຄູ່ຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນທີ່ສຳຄັນກ່ວາໝູ່ຂອງອັກຊັງຕິນ
ຫວຽດນາມແມ່ນຄູ່ຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນທີ່ສຳຄັນກ່ວາໝູ່ຂອງອັກຊັງຕິນ  - ảnh 1 (ພາບປະກອບ)

ວັນທີ 27 ຕຸລາ, ທີ່ການຕ້ອນຮັບທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ- ການຄ້າຫວຽດນາມ ໂດ້ທັ້ງຫາຍ ທີ່ນະຄອນ ບູອີນົດ ອາຍແຣັດ, ທ່ານນາງຮອງປະທານາທິບໍດີ ອັງຊັງຕິນ  Gabriela Michetti ຢືນຢັນວ່າ ຫວຽດນາມແມ່ນໜຶ່ງໃນບັນດາ ຄູ່ຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນທີ່ສຳຄັນກ່ວາໝູ່ຂອງອັກຊັງຕິນ. ທ່ານນາງຮອງປະທານາທິບໍດີ ອັງຊັງຕິນ  Gabriela Michetti ສະເໜີຫວຽດນາມສ້າງໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດຂອງ 2 ປະເທດໄດ້ຮ່ວມມືລົງທຶນ, ຜະລິດໃນບັນດາຂົງເຂດທີ່ມີທ່າແຮງຂອງແຕ່ລະປະເທດ.

     ສ່ວນ ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ- ການຄ້າຫວຽດນາມ ໂດ້ທັ້ງຫາຍ ໄດ້ສະເໜີ 2 ຝ່າຍຈົ່ງຮ່ວມມືຢ່າງແໜ້ນແຟ້ນເພື່ອຊອກຫາບັນດາມາດຕະການເພີ່ມທະວີການແລກປ່ຽນການຄ້າ ແລະ ສູ້ຊົນບັນລຸວົງເງິນການຄ້າ 3,5 ຕື້ USD ໃນປີ 2017, ຊຸກຍູ້ແຜນການເປີດປະຕູໃຫ້ແກ່ຜະລິດຕະພັນກະເສດໄລຍະ 2017-2018 ລະຫວ່າງ 2 ປະເທດ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ- ການຄ້າຫວຽດນາມ ໂດ້ທັ້ງຫາຍ ສະເໜີ ອັກຊັງຕິນ ຈົ່ງຊຸກຍູ້ການເຈະລຈາ ແລະ ລົງນາມໃນສັນຍາໃຫ້ບຸລິມະສິດແກ່ການຄ້າລະຫວ່າງ ກຸ່ມຕະຫຼາດຮ່ວມອາເມລິກາໃຕ້ ກັບຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ