ຫວຽດນາມແມ່ນຕະຫຼາດລົງທຶນທີ່ດູດດື່ມສຳລັບນັກທຸລະກິດຝລັ່ງ

ຫວຽດນາມແມ່ນຕະຫຼາດລົງທຶນທີ່ດູດດື່ມສຳລັບນັກທຸລະກິດຝລັ່ງ - ảnh 1
ທ່ານລັດຖະມົນຕີ ບຸ່ຍກວາງວີງ ໃນການພົບປະກັນບັນດາວິສາຫະກິດ ຝຣັ່ງ
(ພາບ: Bích Hà/Vietnam)
                                                                 

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຝລັ່ງ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມຄູ່​ເຈລະ​ເສດຖະກິດ​ຂັ້ນ​ສູງ​ຄັ້ງ​ທີ 2 ລະຫວ່າງ​ຝລັ່ງ - ຫວຽດນາມ, ທີ່​ຫາ​ກໍ່​ຈັດ​ຂຶ້ນ​ຢູ່​ຝລັ່ງ. ທ່ານ ບຸ່ຍ​ກວາງ​ວິ​ງ, ລັດຖະມົນຕີ​ກະຊວງ​ແຜນການ - ລົງທຶນ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ງານ​ພົບ​ປະ​ກັບ​ການ​ນຳ​ຂອງ 100 ກວ່າ ກຸ່ມ​ບໍລິສັດ ​ແລະ ວິ​ສາ​ຫະກິດ​ແຖວ​ໜ້າ​ຂອງຝລັ່ງ. ທີ່​ການ​ພົບ​ປະ, ທ່ານ ລັດຖະມົນຕີ​ກະຊວງ​ແຜນການ - ລົງທຶນ ບຸ່ຍ​ກວາງ​ວິ​ງ, ​ໄດ້​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ຝລັ່ງ​ເຂົ້າ​ມາ​ຮ່ວມ​ມື, ລົງທຶນ​ໄລຍະ​ຍາວ​ກັບ​ຫວຽດນາມ. ​ໃຫ້​ຂໍ້​ສັງ​ເກດ​ພາຍຫຼັງ​ການ​ພົບ​ປະ​ກັບ ທ່ານ ລັດຖະມົນຕີ​ ບຸ່ຍ​ກວາງ​ວິ​ງ, ທ່ານ Michel Drobniak, ທີ່​ປຶກສາ​ດ້ານ​ເສດຖະກິດ, ສະຖານທູດ​ຝລັ່ງປະຈຳ​ຫວຽດນາມ, ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຊຸມ​ປີຜ່ານມາ​ວ່າ:

ຫວຽດນາມ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາຄື: ມີການເຕີບ​​ໂຕ​ທາງ​ດ້ານ​ເສດຖະກິດ​ຢ່າງ​ແຮງ, ມີກຳລັງ​ແຮງ​ງານ​ໜຸ່ມ ​ແລະ ມີ​ສີມື​ການ​ຊ່າງ​ສູງ… ດັ່ງ​ນັ້ນ​ແງ່​ຫວັງ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ແມ່ນ​ໃຫຍ່​ຫຼວງ. ສິ່ງ​ສຳຄັນ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ຄວນ​ຊອກ​ຫາ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ, ຍິ່ງ​ກວ່າ​ນັ້ນ​ແມ່ນ​ຕ້ອງ​ມີ​ການ​ຮ່ວມ​ມື​ຂອງ​ສອງ​ລັດຖະບານ ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ສ້າງ​ການ​ພົວພັນ​ຮ່ວມ​ມື​ໃໝ່, ​ແນ​ໃສ່​​ເຮັດ​ໃຫ້​ບັນດາ​ຄາດໝາຍ, ​ເນື້ອ​ໃນກອງ​ປະຊຸມ​ຕ່າງໆ​ຂອງ​ບັນດາ​ລັດຖະມົນຕີ ​ແລະ ກອງ​ປະຊຸມ​ຄູ່​ເຈລະຈາ​ດ້ານ​ເສດຖະກິດ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ​ປະກົດ​ຜົນ​ເປັນ​ຈິງ ”.

ຂ່າວ/ບົດ​ອື່ນ