ຫວຽດນາມແມ່ນນສະຖານທີ່ ດຶງດູດບັນດານັກລົງທຶນ ໃນທົ່ວໂລກ
(VOVWORLD) -ບົດຂຽນທີ່ໄດ້ເອົາລົງໃນ ໜັງສືພິມ Bangkok Post ອາທິດນີີີ້ ໂດຍມີຂໍ້ສັງເກດວ່າ ຫວຽດນາມແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີການພັດທະນາໄວທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນສະຖານທີ່ດຶງດູດ ບັນດານັກລົງທຶນ ໃນທົ່ວໂລກ.
ພາບປະກອບ: TTXVN |
ໃນ ປີ 2019, ຫວຽດນາມຖືກຈັດຢູ່ອັນດັບທີ 69 ກ່ຽວກັບດັດຊະນີສິ່ງແວດລ້ອມແຫ່ງການດຳເນີນທຸລະກິດ. ບົດຂຽນຖືວ່າ ປັດໄຈສຳຄັນໜຶ່ງທີ່ຊ່ວຍໃຫ້ຫວຽດນາມດຶງດູດບັນດານັກລົງທຶນແມ່ນອັດຕາເສຍພາສີມີບຸລິມະສິດພິເສດໃຫ້ແກ່ວິສາຫະກິດໃຫຍ່, ລະອຽດແມ່ນ 0% ໃນ 5 ປີ ທຳອິດ ແລະ 5% ໃນ 10 ປີ ຕໍ່ໄປ ແລະ 10% ຫຼັງຈາກນັ້ນ 2 ປີ, ສະນັ້ນ ຈຶ່ງໄດ້ດຶງດູດບັນດາບໍລິສັດເຕັກໂນໂລຢີຄື: Nokia, Samsung ແລະ Olympus ກໍ່ຄືບັນດາບໍລິສັດຜະລິດເກີດເປັນຕົ້ນແມ່ນ Nike, Adidas…