(vovworld) – ກ່າວຄຳເຫັນທີ່ການໂອ້ລົມສົນທະນາເມື່ອຕອນເຊົ້າວັນທີ 13/3, ກັບທ່ານເລຂາທິການໃຫຍ່ອົງການສາກົນໃຊ້ພາສາ ຝຣັ່ງ Abdou Diouf, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ຕີລາຄາສູງການສົມທົບ, ການຮ່ວມມື ແລະ ຊ່ວຍເຫຼືອຂອງອົງການສາກົນໃຊ້ພາສາຝຣັ່ງ ກໍ່ຄືຂອງທ່ານເລຂາທິການໃຫຍ່ Abdou Diouf ສຳລັບ ຫວຽດນາມ ໃນໄລຍະຜ່ານມາ.
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢັ້ງຢືນແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງ ຫວຽດນາມ ແມ່ນເຂົ້າຮ່ວມປະຊາຄົມໂລກຢ່າງຕັ້ງໜ້າ, ເປັນເຈົ້າການເພື່ອຮັບໃຊ້ຈຸດໝາຍລວມແມ່ນສັນຕິພາບ, ການຮ່ວມມື, ສາມັກຄີ, ມິດຕະພາບ, ເພີ່ມທະວີການພົວພັນຂອງຫວຽດນາມ ກັບບັນດາປະເທດ. ດັ່ງນັ້ນ, ຫວຽດນາມ ສະໜັບສະໜູນ ທິດທາງໃຫຍ່ໃໝ່ຂອງການຮ່ວມມືພາສາຝຣັ່ງ ໃນຂົງເຂດຕ່າງໆຄື: ວັດທະນະທຳຫຼາຍຮູບແບບ, ພາສາ, ສັນຕິພາບ, ປະຊາທິປະໄຕ, ສິດທິມຸະນຸດ...
ທ່ານເລຂາທິການໃຫຍ່ Abdou Diouf ເນັ້ນໜັກວ່າ: ຫວຽດນາມ ແມ່ນສູນກາງໃນບັນດາການເຄື່ອນໄຫວພາສາຝຣັ່ງ ຢູ່ພາກພື້ນ ກໍ່ຄືຂອງອົງການສາກົນໃຊ້ພາສາ ຝຣັ່ງ, ເຊິ່ງສະແດງອອກຜ່ານການເຂົ້າຮ່ວມຂອງຜູ້ຕາງໜ້າ ຫວຽດນາມ ໃນການເຄື່ອນໄຫວ, ເຫດການພາສາ ຝຣັ່ງ ຕ່າງໆໃນທົ່ວໂລກ. ທ່ານເລຂາທິການໃຫຍ່ Abdou Diouf ປາດຖະໜາວ່າ ຫວຽດນາມ ສືບຕໍ່ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວໃຊ້ພາສາ ຝຣັ່ງ ໃນໄລຍະຈະມາເຖິງ, ປະກອບສ່ວນເປີດກ້ວາງ, ຊຸກຍູ້ການເຄື່ອນໄຫວຂອງກຸ່ມ.