ຫວຽດນາມແມ່ນໜຶ່ງໃນບັນດາຕະຫຼາດພັດທະນາໄວທີ່ສຸດໃນໂລກ
(ພາບປະກອບ)
(vovworld) – ຕາມການສຳຫຼວດຂອງ Bloomberg, ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະບັນລຸລະດັບເຕີບໂຕ 6,7% ໃນປີ 2016, ເທົ່າກັບປີ 2015. ໃນຂະນະທີ່ບັນດາພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນຄື: ລັດເຊຍ, ບຣາຊິນ ແລະ ຈີນ ມີສັນຍານຢຸດຕິໄວ້ນັ້ນ, ການຄາດຄະເນວ່າ ລະດັບເຕີບໂຕເສດຖະກິດຂອງຫວຽດນາມ ຈະບັນລຸ 7% ໃນປີ 2016 ນັ້ນ ຈະຊ່ວຍປະເທດອາຊີຕາເວັນອອກສ່ຽງໃຕ້ ນີ້ ກາຍເປັນໜຶ່ງໃນບັນດາຕະຫຼາດພັດທະນາໄວທີ່ສຸດໃນໂລກ. ຄວາມຕ້ອງການພາຍໃນປະເທດພວມເພີ່ມຂຶ້ນສູງ, ພ້ອມກັບການພັດທະນາຈາກບັນດາໂຄງການທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ ພວມຊ່ວຍໃຫ້ຫວຽດນາມ ຮັບມືກັບຜົນກະທົບຈາກບັນດາໄພນາບຂູ່ທົ່ວໂລກ. ຂໍ້ມູນຂ່າວດັ່ງກ່າວ ຖືກຍົກອອກມາໃນສະພາບທີ່ຫວຽດນາມ ເລີ່ມມີການປ່ຽນແປງການນຳໃນອາທິດນີ້. ຮ່າງແຜນການເສດຖະກິດສັງຄົມຂອງພັກກອມມູນິດຫວຽດນາມ ໄລຍະ 2016 – 2020 ຊີ້ໃຫ້ເຫັນວ່າ, ຫວຽດນາມ ຈະວາງຄາດໝາຍເຕີບໂຕສະເລ່ຍແຕ່ລະປີແມ່ນ 7%.