ຫວຽດນາມແລະEUສິ້ນສຸດການກວດກາດ້ານນິຕິກຳ EVFTA
(VOVWORLD) -ທີ່ວາລະເຮັດວຽກໃນວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງບຣຸກແຊນ, ລາຊະອານາຈັກແບນຊິກ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕ໋ວນແອງ ແລະ ທ່ານນາງ Cecilia Malmstrom, ກຳມະການສະຫະພາບເອີລົບ (EU) ຜູ້ຮັບຜິດຊອບດ້ານການຄ້າ ໄດ້ປະກາດວ່າ ວິວັດການກວດກາດ້ານນິຕິກຳສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໄດ້ສິ້ນສຸດແລ້ວ ແລະ ເປັນເອກະພາບບັນດາເນື້ອໃນຂອງສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ EU.
ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕ໋ວນແອງ ແລະ
ທ່ານນາງ Cecilia Malmstrom, ກຳມະການສະຫະພາບເອີລົບ
(ພາບ: TTXVN)
|
ໃນຖະແຫຼງການພາຍຫຼັງກອງປະຊຸມ, ທ່ານນາງ Malmstrom ຖະແຫຼງວ່າ, 2 ຝ່າຍຈະພ້ອມກັນມຸ່ງໄປເຖິງການໃຫ້ສັດຕະຍາບັນ ແລະ ປະຕິບັດ EVFTA ໃນໄລຍະໄວທີ່ສຸດ.
ທີ່ການເຮັດວຽກຮ່ວມ, ທ່ານນາງ Malmstrom ແລະ ທ່ານລັດຖະມົນຕີ ເຈິ່ນຕ໋ວນແອງ ໄດ້ເປັນເອກະພາບຈະຍື່ນສະເໜີຕໍ່ບັນດາອົງການທີ່ມີສິດອຳນາດຂອງທັງ 2 ຝ່າຍ ໂດຍໄວເພື່ອກ້າວໄປເຖິງການລົງນາມຢ່າງເປັນທາງການ ແລະ ຫຼັງຈາກນັ້ນແມ່ນໃຫ້ສັດຕະຍາບັນທັງ EVFTA ແລະ ສັນຍາອາລັກຂາການລົງທຶນ. 2 ຝ່າຍກໍ່ປຶກສາຫາລືທິດທາງຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີເລື່ອງ EU ຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດເພື່ອສາມາດນຳໃຊ້ EVFTA ຢ່າງມີປະສິດທິຜົນ ພາຍຫຼັງທີ່ໄດ້ຮັບການລົງນາມ ແລະ ປະຕິບັດ.
ກ່ຽວກັບບັນດາສິ່ງທ້າທາຍໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ເຈິ່ນຕ໋ວນແອງ ເນັ້ນໜັກວ່າ, ນັບແຕ່ນີ້ຮອດເດືອນ ມີນາ 2019, ຫວຽດນາມ ຕ້ອງກະກຽມເພື່ອຮັບປະກັນໃຫ້ຍາດໄດ້ການສະໜັບສະໜູນຂອງບັນດາສະມາຊິກຢູ່ລັດຖະສະພາເອີລົບ (EP) ສຳລັບການຮັບຮອງເອົາບັນດາສັນຍາ.