ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ແລະ ທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ກູບາ
|
(vovworld) - ຕອນບ່ານວັນທີ 15/2, ຢູ່ນະຄອນຫຼວງ ລາຮາວານ, ທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ກູບາ ໄດ້ຕ້ອນຮັບທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ກູບາ ຢ່າງເປັນທາງການ. ທ່ານປະທານສະພາແຫ່ງຊາດ Esteban Lazo Hernandez ໄດ້ຍົກອອກຄວາມໝາຍການພົວພັນມິດຕະພາບ ແລະ ນ້ຳໃຈຄວາມສາມັກຄີທີ່ເປັນມູນເຊື້ອລະຫວ່າງ ປະຊາຊົນ ຫວຽດນາມ ແລະ ກູບາ, ພິເສດແມ່ນລະຫວ່າງສະພາແຫ່ງຊາດ 2 ປະເທດ. ທ່ານປະທານສະພາແຫ່ງຊາດ Esteban Lazo Hernandez ປາດຖະໜາຢາກແບ່ງປັນບົດຮຽນກັບ ຫວຽດນາມ, ຈາກການພັດທະນາເສດຖະກິດຕະຫຼອດຮອດວຽກງານການສຶກສາມູນເຊື້ອປະຫວັດສາດໃຫ້ແກ່ລຸ້ນໜູ່ມ, ພ້ອມທັງທົບທວນຄືນບາງຂົງເຂດມີຄວາມສາມາດບົ່ມຊ້ອນໃຫ້ແກ່ການຮ່ວມມືລະຫວ່າງ 2 ປະເທດ, ຄືໂທລະຄົມມະນາຄົມ, ການສຶກສາ, ກະສິກຳ.
ສ່ວນທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຕິດຕາມການພັດທະນາຂອງປະເທດ ກູບາ ຢ່າງໃກ້ຊິດ, ຍາມໃດກໍ່ເຊື່ອໝັ້ນວ່າປະຊາຊົນ ກູບາ ສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່, ໃຫຍ່ຫຼວງກ່ວາໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ ກູບາ ສັງຄົມນິຍົມ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ກູບາ ສະຫງ່າງາມ. ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ແນະນຳບາງຂົງເຂດລະອຽດເຊິ່ງ 2 ອົງການສະພາແຫ່ງຊາດ ອາດຈະແບ່ງປັນບົດຮຽນເພື່ອຍົກສູງປະສິດທິຜົນການເຄື່ອນໄຫວ.