ຫວຽດນາມແລະກູບາເພີ່ມທະວີການແລກປ່ຽນ,ແບ່ງປັນບົດຮຽນໃນຂະແໜງໄອຍະການ

ຫວຽດນາມແລະກູບາເພີ່ມທະວີການແລກປ່ຽນ,ແບ່ງປັນບົດຮຽນໃນຂະແໜງໄອຍະການ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​ຕ້ອນ​ຮັບ​ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການປະ​ຊາ​ຊົນ​ສູງ​ສຸດ ກູ​ບາ
(ພາບ: chinhphu.vn)

(vovworld) – ຕອ​ນ​ບ່າຍ​ວັນ​ທີ 12/3, ທີ່​ສ​ຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ຫ​ວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການປະ​ຊາ​ຊົນ​ສູງ​ສຸດ ກູ​ບາ ທ່ານ Dario Delgado Cura ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​​ທີ່ພວມ​ຢູ່​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ​ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຖື​ວ່າ: ໃນ​ພາ​ລະ​ກິດ​ສ້າງ​ສາປະ​ເທດ​ຊາດ​ຄື​ໃນ​ປະ​ຈຸ​ບັນ, ເຖິງວ່າ​ຫ່າງ​ໄກ​ດ້ານ​ພູມ​ສ​າດກໍ່​ຕາມ ແຕ່ ຫວຽດ​ນາມ ຍາ​ມ​ໃດ​ກໍ່​ຕິດ​ຕາມ ແລະ ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະ​ຊາ​ຊົນ ກູ​ບາ ອ້າຍ​ນ້ອງ. ທ່ານ​ປະ​ທານ​ປະ​ເທດ ຖື​ວ່າ: ໃນ​ໄລ​ຍະ​ເປີດ​ປະ​ຕູ, ຄຽງ​ຂ້​າງ​ບັນ​ດາ​ສິ່ງ​ສະ​ດວກ, ກູ​ບາ ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ຄວ​າມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ດັ່ງ​ນັ້ນ, 2 ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ເຊິ່ງ​ກັນ ແລະ ກັນ​ໃນ​ທຸກ​ຂົງ​ເຂດ, ໃນ​ນັ້ນ​ມີ​ຂົງ​ເຂດ​ໄອ​ຍະ​ການ ແລະ ກໍ່​ສ້າ​ງ​ພັກ, ສະ​ກັດ​ກັ້ນ, ​ຍູ້​ໃຫ້​ໄພ​ສໍ້​ລາດ​ບັງຫຼ​ວງໃຫ້​ຖອຍ​ໄປ ແລະ ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​… ເພື່ອ​ສ້າງ​ຄວາມ​ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

        ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ກູ​ບາ ທ່ານ Dario Delgado Cura ຢັ້ງ​ຢືນ​ວ່າ: ປະ​ຊາ​ຊົນ ກູ​ບາ ຍາມ​ໃດ​ກໍ່​ຈົດ​ຈ​ຳ​ນ້ຳ​ໃຈ​ສະ​ໜິດ​ຕິ​ດ​ພັ​ນ​ລະ​ຫວ່າງ 2 ປະ​ເທດ​ໂດຍທີ່​ການ​ນຳ​ລ​ຸ້ນ​ຕ່າງໆ​ຂອງ 2 ຝ່າຍ​ເພີ່ມ​ພູນ​ຄູນ​ສ້າງ ໃນ​ຕະຫຼອດ 50 ປີ​ຜ່ານ​ມາ ກໍ່​ຄື​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ​ປະ​ຈຸ​ບັນ. ທ່ານ Dario Delgado Cura ກໍ່ປາດ​ຖະ​ໜາ​ຢາກ​ແບ່ງ​ປັນ​ບົດ​ຮຽນ​ໃນ​ທ​ຸກ​ຂົງ​ເຂດ​ໃນ​ນັ້ນ​ມີ​ຂະ​ແໜງ​ໄອ​ຍະ​ການ.


ຂ່າວ/ບົດ​ອື່ນ