ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນີງ ແລະ ທ່ານນາຍົກລັດຖະ
ມົນຕີ ຍີ່ປຸ່ນ Shinzo Abe
|
(vovworld) – ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມອະນາຄົດຂອງອາຊີຄັ້ງທີ 21 ຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ, ຕອນບ່າຍວັນທີ 21/5, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນີງ ມີການພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ສະແດງຄວາມປາດຖະໜາຢາກໃຫ້ 2 ປະເທດສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງກ່ຽວກັບດ້ານເສດຖະກິດ, ສະເໜີໃຫ້ລັດຖະບານ ຍີ່ປຸ່ນ ສືບຕໍ່ສະໜອງແຫຼ່ງທຶນໜູນຊ່ວຍພັດທະນາທາງການ (ODA) ຢູ່ໃນລະດັບສູງເພື່ອໜູນຊ່ວຍ ຫວຽດນາມ ພັດທະນາແບບຍືນຍົງ, ສົ່ງເສີມບັນດາວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການລົງທຶນ, ມອບໂອນເຕັກໂນໂລຢີໃຫ້ ຫວຽດນາມ, ໃນນັ້ນມີຂົງເຂດກະສິກຳ. ທ່ານນາຍົກລັດຖະມົນຕີ Abe ຢືນຢັນວ່າ: ຍີ່ປຸ່ນ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ຈະສືບຕໍ່ຮ່ວມມືຢ່າງຕັ້ງໜ້າ ແລະ ໜູນຊ່ວຍໃຫ້ແກ່ການພັດທະນາຂອງ ຫວຽດນາມ, ໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມື, ແລກປ່ຽນໃນຂົງເຂດກະສິກຳ. 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນບັນດາເວທີປາໄສສາກົນ ແລະ ພາກພື້ນ. ທ່ານນາຍົກລັດຖະມົນຕີ Abe ສະແດງຄວາມຫວັງຢາກຊຸກຍູ້ການຮ່ວມມືລະຫວ່າງ ຍີ່ປຸ່ນ ກັບພາກພື້ນແມ່ນ້ຳຂອງ ໃນໄລຍະຈະມາເຖິງ. ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນເນັ້ນໜັກຄວາມສຳຄັນຂອງການເຄົາລົບກົດໝາຍສາກົນ ແລະ ຖືວ່າປະຊາຄົມໂລກຄວນຮ່ວມມືຢ່າງແໜ້ນແຟ້ນເພື່ອຮັບປະກັນສິ່ງດັ່ງກ່າວ.