ຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ

ຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ - ảnh 1
ທ່ານລັດຖະມົນ ຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ກ່າ​ວ​ຄຳ​ເຫັນ​ທີ່​ການເຈລະຈາ

(vovworld)​ ​- ​ ຕອນເຊົ້າວັນທີ 6/10, ຢູ່ຮ່າໂນ້ຍ, ທ່ານລັດຖະມົນ ຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ໄດ້ເຈລະຈາ ກັບ ທ່ານ Hashimoto Masaru, ເຈົ້າແຂວງ ແຂວງ Ibaraki ປະເທດຍີ່ປຸ່ນ ກ່ຽວກັບເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ ລະຫວ່າງ ບັນດາແຂວງ, ນະຄອນ ຂອງຫວຽດນາມ ກັບແຂວງ Ibaraki.

ທີ່ການເຈລະຈາ, 2 ຝ່າຍເຫັນດີເປັນເອກະພາບຈະສືບຕໍ່ເພີ່ມທະວີການ ຮ່ວມມືດ້ານວິທະຍາສາດເຕັກນິກ,ນຳໃຊ້ບັນດາເຕັກໂລໂນຊີໃໝ່ເຂົ້າໃນການຜະລິດ ກະສິກຳ, ເຕັກໂລໂນຊີວະສາດ, ປຸງແຕ່ງ ແລະ ຮັກສາຫຼັງການເກັບກ່ຽວ, ເພື່ອແນໃສ່ຍົກສູງຄຸນຄ່າການຜະລິດສະບຽງອາຫານ, ທັນຍາຫານ ຈາກການຜະ ລິດເຖິງການເກັບກ່ຽວ, ປຸງແຕ່ງ, ຮັກສາ,  ການແຈກຢາຍຜະລິດຕະພັນ ແລະ ເປີດກ້ວາງການລົງທຶນໂດຍກົງໃນຂົງເຂດກະສິກຳ… ທ່ານລັດຖະມົນຕີ ກາວດຶກຟາດ ໃຫ້ຮູ້ວ່າ:

ຫວຽດນາມພວມຮັບມືກັບສິ່ງທ້າທາຍອັນໃຫຍ່ຫຼວງ ກ່ຽວກັບການຍົກສູງຄວາມສາມາດແກ່ງແຍ້ງຂອງຜະລິດ ຕະພັນກະເສດສົ່ງອອກປະເພດຕ່າງໆ. ປະຈຸ ບັນ ສະບຽງອາຫານທີ່ຫວຽດນາມຜະລິດໄດ້ ແມ່ນເກີນຄວາມຕ້ອງການ ຂອງ ຕະຫຼາດພາຍໃນ. ດັ່ງນັ້ນ, ບັນດາຜະລິດຕະພັນທີ່ຜະລິດໄດ້   ສ່ວນຫຼາຍແມ່ນມຸ່ງໄປເຖິງການສົ່ງອອກ. ສະນັ້ນ, ພວກຂ້າພະເຈົ້າປາດຖະໜາຢາກຮ່ວມມື ກັບ ບັນດາວິສາຫະກິດ ຍີ່ປຸ່ນ ເພື່ອຍົກສູງຄຸນນະພາບຂອງຜະລິດຕະພັນ ແລະ ພິເສດແມ່ນເຕັກໂລໂນຊີການປຸງແຕ່ງ ເພື່ອຍົກສູງຄຸນຄ່າສົ່ງອອກສູ່ຕະຫຼາດໂລກ.


ຂ່າວ/ບົດ​ອື່ນ