ຫວຽດນາມແລະບຸນກາຣີເພີ່ມທະວີການຮ່ວມມື,ແລກປ່ຽນບົດຮຽນໃນຫຼາຍຂົງເຂດ

(VOVWORLD) -ວັນທີ 27 ເມສາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ບຸນກາຣີ ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ພົບປະກັບການນຳບາງທ່ານຂອງບຸນກາຣີ ເພື່ອແນໃສ່ຊອກຮູ້ ແລະ ແລກປ່ຽນບົດຮຽນໃນການຮ່ວມມືດ້ານຕຸລາການ ແລະ ບັນດາຂົງເຂດອື່ນໆ.

ຫວຽດນາມແລະບຸນກາຣີເພີ່ມທະວີການຮ່ວມມື,ແລກປ່ຽນບົດຮຽນໃນຫຼາຍຂົງເຂດ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ພົບປະກັບທ່ານລັດຖະມົນຕີກະຊວງຍຸຕິທຳບຸນກາຣີ Tsetska Tsacheva

(ພາບ: TTXVN)

ທີ່ການພົບປະກັບທ່ານລັດຖະມົນຕີກະຊວງຍຸຕິທຳບຸນກາຣີ Tsetska Tsacheva, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ເນັ້ນໜັກວ່າ, ບົນພື້ນຖານປະທານສະພາແຫ່ງຊາດກ່ອນນີ້ ແລະ ລັດຖະມົນຕີກະຊວງຍຸຕິທຳໃນປະຈຸບັນ, ທ່ານນາງ Tsacheva ໄດ້ມີບັນດາການປະກອບສ່ວນສຳຄັນເຂົ້າໃນການປັບປຸງການພົວພັນອັນດີງາມລະຫວ່າງ 2 ປະເທດ, ພ້ອມທັງສະເໜີໃຫ້ທ່ານນາງສືບຕໍ່ມີບັນດາການປະກອບສ່ວນໃຫ້ແກ່ການພົວພັນອັນດີງາມລະຫວ່າງ 2 ປະເທດເວົ້າລວມ ແລະ ຂະແໜງຕຸລາການເວົ້າສະເພາະ.

      ທີ່ການພົບປະກັບເຈົ້າຄອງນະຄອນ Sofia, ນະຄອນຫຼວງບຸນກາຣີ, ທ່ານນາງ Yordanka Fandakova ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງການຮ່ວມມືລະຫວ່າງ Sofia ແລະ ບັນດາແຂວງ, ນະຄອນຂອງຫວຽດນາມ ແລະ ສະເໝີໃຫ້ບັນດາການນຳ Sofia ມີບັນດາການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ທ່ອງທ່ຽວລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ