ທ່ານ ຟ້າມບິງມິງ ແລະ ກັບທ່ານ Philip Hammon
(ພາບ: HaiMinh)
(vovworld)- ວັນທີ 12/4 ຢູ່ ຮ່າໂນ້ຍ, ທ່ານ ຟ້າມບິງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຈລະຈາກັບທ່ານ Philip Hammon, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລາຊະອານາຈັກ ອັງກິດ ແລະ ໄອແລນເຫນືອ ພວມຢ້ຽມຢາມຫວຽດນາມ. ທີ່ການເຈລະຈາ, ສອງຝ່າຍປາດຖະຫນາຢາກຊຸກຍູ້ການຜັນຂະຫຍາຍໂຄງການຮ່ວມມືກໍ່ສ້າງມະຫາວິທະຍາໄລ ຫວຽດນາມ - ອັງກິດ ຢູ່ ຫວຽດນາມ ກໍຄືເປີດກວ້າງການຮ່ວມມືກໍ່ສ້າງໃຫ້ນັກຮຽນ, ນັກສຶກສາຫວຽດນາມ ໄປຮ່ຳຮຽນຢູ່ ອັງກິດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມີງ ສະເຫນີ ຝ່າຍອັງກິດ ພິຈາລະນາຜັນຂະຫຍາຍບັນດາໂຄງການລະອຽດ. ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫລັງການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຢືນຢັນວ່າ:
“ການຮ່ວມມືເສດຖະກິດການຄ້າການລົງທຶນແມ່ນເສົາຄ້ຳບຸລິມະສິດໃນການພົວພັນລະຫວ່າງສອງປະເທດ. ພວກຂ້າພະເຈົ້າເຫັນດີ ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ຜ່ານການສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງປະເທດສືບຕໍ່ສຳຜັດກັບຕະຫລາດ, ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດຢູ່ແຕ່ລະປະເທດ. ເສີມຂະຫຍາຍບັນດາທ່າໄດ້ປຽບ ແລະ ກາລະໂອກາດລົງທຶນດຳເນີນທຸລະກິດຢ່າງສຸດຂີດ ໂດຍສັນຍາການຄ້າເສລີ ລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ ນຳມາໃຫ້ ເມື່ອສັນຍາສະບັບນີ້ໄດ້ຮັບການໃຫ້ສັດຕະຍາບັນ.”
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ທ່ານ Philip Hammon, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລາຊະອານາຈັກ ອັງກິດ ແລະ ໄອແລນເຫນືອ ໄດ້ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ ແລະຖືວ່າ ບັນດາການຂັດແຍ້ງກັນຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ.
ທ່ານ Philip Hammon, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລາຊະອານາຈັກ ອັງກິດ ຕີລາຄາສູງຄວາມສຳຄັນຂອງການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມໃນໄລຍະພວມສ້າງບັນດາການພົວພັນຄູ່ຮ່ວມມືຍຸດທະສາດຂອງລາຊະອານາຈັກອັງກິດຢູ່ພາກພື້ນ ອາຊີ ປາຊີຟີກ ໃນສັດຕະວັດທີ 21.
ທ່ານລັດຖະມົນຕີການຕ່າງປະເທດ Philip Hammond ເນັ້ນໜັກວ່າ, ສັນຍາການຄ້າເສລີ ອີຢູ - ຫວຽດນາມ ຈະສ້າງບັນດາກາລະໂອກາດໃຫຍ່ ເພື່ອເພີ່ມທະວີສາຍພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ທ່ານລັດຖະມົນຕີການຕ່າງປະເທດ ລາຊະອານາຈັກ ອັງກິດ ແຈ້ງໃຫ້ຮູ້ວ່າ, ກອງທຶນວັດທະນາຖາວອນຂອງລັດຖະບານ ອັງກິດ, ຈະໜູນຊ່ວຍດ້ານການເງິນໃຫ້ບັນດາປະເທດທີ່ມີລາຍຮັບປານກາງໃນພາກພື້ນ, ໃນນັ້ນມີ ຫວຽດນາມ, ເພື່ອສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງປອດໄສ, ສະດວກສະບາຍ, ແນໃສ່ຮັບປະກັນພັດທະນາຢ່າງໝັ້ນຄົງໃນອະນາຄົດ, ບົນພື້ນຖານເຄົາລົບອຳນາດກົດໝາຍ, ສິດທິມະນຸດ ແລະ ບັນດາຂໍ້ກຳນົດຂອງກົດໝາຍ.