(vovworld) – ທີ່ການຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ແສງນວນ ໄຊຍະລາດ ພວມຢູ່ ຢ້ຽມຢາມ ຫວຽດນາມ ແຕ່ວັນທີ 15 – 20/9, ໃນຕອນບ່າຍວັນທີ 16/9, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ສະເໜີໃຫ້ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ລາວ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມໃນການເຮັດວຽກລະຫວ່າງ 2 ກະຊວງໃນຕອນເຊົ້າວັນດຽວກັນ. ຄຽງຄ້າງນັ້ນ, 2 ຝ່າຍຄວນແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາວາລະປະຊຸມຄະນະກຳມາທິການລະຫວ່າງລັດຖະບານ ແລະ ພົວພັນແລກປ່ຽນຮ່ວມມືລະຫວ່າງທ້ອງຖີ່ນຕ່າງໆ. 2 ປະເທດ ພ້ອມກັນໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອການພັດທະນາວັດທະນາຖາວອນຂອງແຕ່ລະປະເທດ ແລະ ພາກພື້ນ.
ກ່ອນໜ້ານັ້ນ, ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບທາງການໃນຕອນເຊົ້າວັນທີ 16/9, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟູ່ງກວາງແທງ ເຊື່ອໝັ້ນວ່າ: ການຢ້ຽມຢາມ ຫວຽດນາມ ຂອງຄະນະຜູ້ແທນການທະຫານຂັ້ນສູງ ລາວ ຈະເພີ່ມທະວີການພົວພັນຮ່ວມມືປ້ອງກັນປະເທດ 2 ຝ່າຍ, ປະກອບສ່ວນປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງກອງທັບ, ປະຊາຊົນ 2 ປະເທດ ຫວຽດນາມ - ລາວ. ລັດຖະມົນຕີທັງ 2 ທ່ານກໍ່ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ຢູ່ແຕ່ລະປະເທດ, ຕີລາຄາໝາກຜົນໃນການພົວພັນປ້ອງກັນປະເທດໃນໄລຍະຜ່ານມາ ແລະ ກຳນົດທິດການຮ່ວມມືປ້ອງກັນຊາດໃນໄລຍະຈະມາເຖິງ, ສະເໜີບັນດາມາດຕະການເພື່ອແນໃສ່ຊຸກຍູ້, ຍົກສູງປະສິດທິຜົນໃນການພົວພັນຮ່ວມມືປ້ອງກັນຊາດ 2 ຝ່າຍລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.