ຫວຽດນາມແລະສ.ເຊັກໂກຍູ້ແຮງການຮ່ວມມືດ້ານການຄ້າແລະການລົງທຶນ

(VOVWORLD) -ຫວຽດນາມ ແລະ ສ.ເຊັກໂກ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຍົກສູງວົງເງິນການຄ້າ ແລະ ການຮ່ວມມືລົງທຶນໃນຫຼາຍຂົງເຂດ.
ຫວຽດນາມແລະສ.ເຊັກໂກຍູ້ແຮງການຮ່ວມມືດ້ານການຄ້າແລະການລົງທຶນ - ảnh 1(ພາບປະກອບ)

ນີ້ແມ່ນເນື້ອໃນແລກປ່ຽນຂອງບັນດາຜູ້ແທນທີ່ເຂົ້າຮ່ວມ “ເວທີປາໄສວິສາຫະກິດຫວຽດນາມ - ສ.ເຊັກໂກ” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ສາຂານະຄອນໂຮ່ຈິມິນ (VCCI - HCM) ສົມທົບກັບສະຖານທູດສ.ເຊັກໂກ ຈັດຕັ້ງຢູ່ນະຄອນໂຮ່ຈິມິນ ໃນວັນທີ 08 ມິຖຸນາ. ທີ່ເວທີປາໄສ, ທ່ານ ຫວໍເຕີນແທ່ງ, ຮອງປະທານ VCCI, ໃຫ້ຮູ້ວ່າ, ສ.ເຊັກໂກ ໄດ້ຢັ້ງຢືນແມ່ນໜຶ່ງໃນບັນດາຕະຫຼາດສົ່ງອອກຍຸດທະສາດຂອງຫວຽດນາມ ໃນໄລຍະ 2010 – 2020. ກົງກັນຄ້າມ, ຫວຽດນາມ ກໍ່ແມ່ນຕະຫຼາດທີ່ສ້າງຄວາມດຶງດູດບັນດານັກລົງທຶນ ແລະ ວິສາຫະກິດສ.ເຊັກໂກ ໃນຫຼາຍຂົງເຂດ. ບັນດາສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງສ.ເຊັກໂກ ລວມມີ: ເກີບ, ເຄື່ອງຕຳແຜ່ນຕັດຫຍິບ, ສິນໃນນ້ຳ… ແລະ ນຳເຂົ້າສິນຄ້າຈາກສ.ເຊັກໂກ ຕົ້ນຕໍ່ແມ່ນ: ທາດເຄມີ, ເຄື່ອງອຸປະກອນ, ອາໄຫຼ່ກົນຈັກ…

        ກໍ່ທີ່ເວທີປາໄສ, ທ່ານ Jaroslav Hanak, ປະທານສະຫະພັນອຸສາຫະກຳສ.ເຊັກໂກ, ໄດ້ແບ່ງປັນວ່າ ຄວາມຕ້ອງການຮ່ວມມືກັບຫວຽດນາມ ຂອງບັນດາວິສາຫະກິດສ.ເຊັກໂກ ນັບມື້ນັບເພີ່ມຂຶ້ນສູງ. ຜ່ານການຮ່ວມມື ແລະ ແລກປ່ຽນການຄ້າກັບຫວຽດນາມ, ບັນດາວິສາຫະກິດສ.ເຊັກໂກ ສາມາດສຳພັດ ແລະ ເປີດກວ້າງຕະຫຼາດອອກສູ່ບັນດາປະເທດອື່ນຢູ່ອາຊີ.

        ເມື່ອຕີລາຄາກ່ຽວກັບລະດັບພັດທະນາເສດຖະກິດຂອງຫວຽດນາມ ໃນຊຸມປີຜ່ານມາ, ທ່ານ Jiri Koliba, ຮອງລັດຖະມົນຕີກະຊວງອຸສາຫະກຳການຄ້າສ.ເຊັກໂກ ຢືນຢັນວ່າ, ຫວຽດນາມ ແມ່ນຄູ່ຄ້າດ້ານເສດຖະກິດສຳຄັນຂອງສ.ເຊັກໂກ ແລະ ວົງເງິນການຄ້າລະຫວ່າງ 2 ປະເທດຈະພັດທະນາຢ່າງໄວກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ