ຫວຽດນາມແລະອົດສະຕາລີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມແລະອົດສະຕາລີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ອົດ​ສະ​ຕາ​ລີ ​ເລືອ​ງ​ແທງ​ງີ້
ພົບປະກັບການນຳສະພາແຫ່ງຊາດ

(vovworld) – ​​ແຕ່​ວັນ​ທີ 21 – 22/7, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳອົດ​ສະ​ຕາ​ລີ ​ເລືອ​ງ​ແທງ​ງີ້ ໄປຢ້ຽມຢາມ​ລັດ Victoria, ປະ​ເທ​ດ ອົດ​ສະ​ຕາ​ລີ ຢ່າງເປັນທາງການ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລື່ອງ​ແທງ​ງີ້ ​ເຂົ້າ​ຢ້ຽມ​ຂຳ່ນັບ​ຜູ້​ວ່າການ​ລັດ Alex Chernov, ປະທານ​ສະພາ​ສູງ Bruce Atkinson, ​ປະທານ​ສະພາ​ຕຳ່ Christine Fyffe ພ້ອມ​ກັບ​ການ​ນຳ​ນະຄອນ Melbourne ​ແລະ ບາງ​ສະມາຊິກລັດຖະ​ສະພາ​​ຂອງ​ລັດດັ່ງກ່າວ. ທີ່​ການ​ພົບ​ປະຄັ້ງ​ຕ່າງໆ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລື່ອງ​ແທງ​ງີ້ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ຊາວ​ລັດ Victoria ສຳລັບ​ການ​ພັດທະນາ​ຂອງ​ການ​ພົວພັນ 2 ປະ​ເທດ​ໃນ​ກ່ວາ 40 ປີ​ຜ່ານ​ມາ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ: ດ້ວຍ​ທ່າ​ແຮງ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ເຕັກ​ໂນ​ໂລ​ຢີສູງ, ຄົ້ນ​ຄ້ວາ ​ແລະ ພັດທະນາ​ກໍ່​ຄື​ການ​ສຶກສາ, ລັດ Victoria ຈະ​ປະກອບສ່ວນຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ.

    ​ຜູ້​ວ່າການ​ລັດ ​Victoria, Alex Chernov ພ້ອມ​ກັບ​ບັນດາການ​ນຳ​ສະພາ​ແຫ່ງ​ຊາດ ​ແລະ ອຳນາດ​ການ​ປົກຄອງ​ລັດ Victoria ຢືນຢັນ​ວ່າ: ລັດ Victoria ຖື​ການ​ພັດທະນາ​ການ​ພົວພັນ​ກັບ ຫວຽດນາມ ​ເວົ້າ​ລວມ ​​ແລະ ກັບ​ບັນດາ​ທ້​ອງຖີ່​ນ​ເວົ້າ​ສະ​ເພາະເປັນ​ສຳຄັນ​, ພິ​ເສດ​ແມ່ນໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ການສຶກສາ, ສະ​ເໜີ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ນະຄອນ Melbourne ​ແລະ ນະຄອນ ​ໂຮ່ຈີ​ມິນ ​ໃນ​ຂົງ​ເຂດ “​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ” ລະຫວ່າງ​ບັນດາ​ນະຄອນ​ໃຫຍ່​ຢູ່ ອາຊີ ກ່ວາ​ອີກ.

 



ຂ່າວ/ບົດ​ອື່ນ