ຫວຽດນາມແລະອີຕາລີຊຸກຍູ້ການຮ່ວມມືດ້ານເສດຖະກິດ
ທ່ານ Carlo Calenda ແລະ ທ່ານນາງໂຮ່ທິກີມທວາ
ພາບ:xaluan.com
|
(vovworld)- ກອງປະຊຸມຄັ້ງທີ 12 ຂອງຄະນະກຳມະການປະສົມ ກ່ຽວກັບການຮ່ວມມືດ້ານເສດຖະກິດ ຫວຽດນາມ - ອີຕາລີ ໄດ້ດຳເນີນໄປໃນວັນທີ 16/10 ຢູ່ ນະຄອນຫລວງ Rome ພາຍໃຕ້ການເປັນປະທານຮ່ວມຂອງທ່ານ Carlo Calenda, ລັດຖະມົນຕີຊ່ວຍວ່າການກະຊວງ ພັດທະນາເສດຖະກິດ ອີຕາລີ ແລະ ທ່ານນາງອຸດສາຫະກຳ ການຄ້າ ຫວຽດນາມ ໂຮ່ທິກີມທວາ. ສອງຝ່າຍໄດ້ເປັນເອກະພາບບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືເສດຖະກິດ, ການຄ້າ, ສຸມໃສ່ເຂົ້າໃນບາງຂົງເຂດຊື່ງຫວຽດນາມ ມີຄວາມຕ້ອງການ ແລະ ອີຕາລີ ມີທ່າແຮງຄື: ພື້ນຖານໂຄງລ່າງ, ພະລັງງານຜະລິດຄືນໃຫມ່, ຂຸດຄົ້ນບໍ່ແຮ່, ລ້ຽງປູກສິນໃນນ້ຳ, ອຸດສາຫະກິດຕຳ່ແຜ່ນ ແລະ ເກີບຫນັງ…. ສິ້ນສຸດກອງປະຊຸມ, ສອງຝ່າຍ ໄດ້ລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 2 ພ້ອມທັງເປັນເອກະພາບຈັດຕັ້ງກອງປະຊຸມຄັ້ງທີ 3 ຢູ່ ຫວຽດນາມ ໃນປີ 2016.