ຫວຽດນາມແລະອີຕາລີຊຸກຍູ້ການຮ່ວມມືໃນຂົງເຂດທະນາຄານ,ການເງິນແລະບັນດາທ້ອງຖິ່ນ

ຫວຽດນາມແລະອີຕາລີຊຸກຍູ້ການຮ່ວມມືໃນຂົງເຂດທະນາຄານ,ການເງິນແລະບັນດາທ້ອງຖິ່ນ - ảnh 1

(vovworld) – ໃນ​ຂອບ​ເຂດ​ການ​ສຳຫຼວດ​ບົດ​ຮຽນ​ໜູນ​ຊ່ວຍ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ຂອງ ອີ​ຕາ​ລ​ີ ທີ່​ຜ່ານ​ມາ, ຄະ​ນະ​ຜູ້​ແທນ​ທະ​ນາ​ຄານ​ແຫ່ງ​ລັດ ແລະ ກະ​ຊວງ​ການ​ເງິນ ຫວຽດ​ນາມ ໂດຍ​ທ່ານ​ຮອງ​ຜູ້​ວ່າ​ການທະ​ນາ​ຄານ​ແຫ່ງ​ລັດ ດ່າວ​ມິງ​ຕູ໋ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ເງິນ ເຈີ່ນ​ຊວນ​ຮ່າ ນຳ​ໜ້າ​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ທະ​ນາ​ຄານ​ສູນ​ກາງ ແລະ ກະ​ຊວງ​ພັດ​ທະ​ນາ​ເສດ​ຖະ​ກິດ​ປະ​ເທດ​ເຈົ້າ​ພາບ. ການນ​ຳ​ທະ​ນາ​ຄານ​ສູນ​ກາງ ອີ​ຕາ​ລີ ໄດ້​ແລກ​ປ່ຽນ​ກັບ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ບັນ​ດາ​ບົດ​ຮຽນ​ຂອງ ອີ​ຕາ​ລີ ໃນ​ການ​ສະ​ໜອງ​ສິນ​ເຊື່ອ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຂະໜາດ​ກາງ ແລະ ນ້ອຍ, ບຸ​ລິ​ມະ​ສິດ​ຈຸດ​ໝາຍ​ຮັບ​ປະ​ກັນ​ການ​ເງິນ, ໂຄງ​ປະ​ກອບ​ພື້​ນ​ຖານ​ເສດ​ຖະ​ກິດ. ຝ່າຍ ອີ​ຕາ​ລີ ກໍ່​ໄດ້​ແລກ​ປ່ຽນ​ກັບ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ກ່ຽວ​ກັບ​ບັນ​ດາ​ຂໍ້​ກຳ​ນົດ ແລະ ນະ​ໂຍ​ບາຍ​ຕິດ​ຕາມກວດ​ກາ​ທະ​ນາ​ຄານ, ກົນ​ໄກ​ສົມ​ທົບ​ກັນ, ປະ​ສານ​ງານ​ໃນ​ລະ​ບົບ​ທະ​ນາ​ຄານ… ຄຽງ​​ຂ້າງ​ການ​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ດັ່ງ​ກ່າວ​ແລ້ວ, 2 ຝ່າຍກໍ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ແທດ​ຈິງ​ລະ​ຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ຂົງ​ເຂດ​ທະ​ນາ​ຄານ ແລະ ການ​ເງິນ​ເພື່ອ​ແນ​ໃສ່​ຫັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເຊິ່ງ 2 ປະ​ເທດ​ໄດ້​ລົງ​ນາມ​ ໃນ​ປີ 2013 ປ​ະ​ກົດ​ຜົນ​ເປັນ​ຈິງ.

​ໃນ​ຂະ​ນະ​ນັ້ນ, ​ວັນ​ທີ 12/1, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ເລ​ແທງ​ລຽມ ໄດ້​ຕ້ອນ​ຮັບ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ. ອີ​ຕາ​ລີ Enrico Letta ພວມ​ມີ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ນະ​ທີ່ນີ້, ທ່ານ ເລ​ແຮງ​ລຽມ ຫວັງ​ວ່າ: ອີ​ຕາ​ລີ ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື, ໜູນ​ຊ່ວຍ​ນະ​ຄອນ ໂຮ່​ຈີ​ມິນ ໃນ​ບັນ​ດາ​ຂົ​ງ​ເຂດ​ມີ​ທ່າ​ແຮງ​ຄື: ເຕັກ​ໂນ​ໂລ​ຢີ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລຢ​ີ, ການ​ສຶກ​ສາ​ບຳ​ລຸງ​ສ້າງ. ນະ​ຄອນ ໂຮ່​ຈີ​ມິນ ຈະ​ສ້າງ​ບັນ​​ດາ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ອີ​ຕາ​ລີ ມາ​ຊອກ​ຮູ້​ການ​ຮ່ວມ​ມື, ລົງ​ທຶນ​ຢູ່​ທີ່ນີ້.

 


ຂ່າວ/ບົດ​ອື່ນ