ຫວຽດນາມແລະອາເມລິກາສົມທົບກັນແກ້ໄຂເນື້ອທີ່ດິນ32ເຮັກຕາຢູ່ບໍລິເວນສະຫນາມບິນດາຫນັງຖືກຜົນສະທ້ອນຈາກດີໂອຊີນ

(VOVWORLD) -ຍອດງົບປະມານປະຕິບັດໂຄງການ ແມ່ນຈາກແຫລ່ງທຶນສົມທົບຂອງລັດຖະບານຫວຽດນາມ ລວມມູນຄ່າ 60 ຕື້ດົງ ແລະ ແຫລ່ງທຶນ ODA ຊ່ວຍເຫລືອຫລ້າຂອງລັດຖະບານ ອາເມລິກາ ແມ່ນ 110 ລ້ານ USD. 

ຫວຽດນາມແລະອາເມລິກາສົມທົບກັນແກ້ໄຂເນື້ອທີ່ດິນ32ເຮັກຕາຢູ່ບໍລິເວນສະຫນາມບິນດາຫນັງຖືກຜົນສະທ້ອນຈາກດີໂອຊີນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

ພາບ:vietnam+

ວັນທີ 6 ພະຈິກ ຢູ່ ດາຫນັງ, ຫ້ອງການຜູ້ຕາງຫນ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດຕົກຄ້າງ ແລະ ທາດພິດເຄມີຫລັງສົງຄາມຢູ່ຫວຽດນາມ ໄດ້ສົມທົບກັບອົງການພັດທະນາສາກົນ ອາເມລິກາ USAID ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນການປະຕິບັດໂຄງການແກ້ໄຂມົນລະພິດທາດພິດ ດີໂອຊີນ ຢູ່ ບໍລິເວນສະຫນາມບິນ ດາຫນັງ.

ຍອດງົບປະມານປະຕິບັດໂຄງການ ແມ່ນຈາກແຫລ່ງທຶນສົມທົບຂອງລັດຖະບານຫວຽດນາມ ລວມມູນຄ່າ 60 ຕື້ດົງ ແລະ ແຫລ່ງທຶນ ODA ຊ່ວຍເຫລືອຫລ້າຂອງລັດຖະບານ ອາເມລິກາ ແມ່ນ 110 ລ້ານ USD. ມາຮອດປະຈຸບັນ ສອງຝ່າຍໄດ້ສົມທົບກັນແກ້ໄຂເນື້ອທີ່ດິນ 32 ເຮັກຕາ ຢູ່ ບໍລິເວນສະຫນາມບິນ ດາຫນັງ ທີ່ຖືກຜົນສະທ້ອນຈາກ ດີໂອຊີນ ໃຫ້ສະອາດແລ້ວ. ຕາມການຕີລາຄາລວມ, ໂຄງການດັ່ງກ່າວບັນລຸເປົ້າໝາຍວາງອອກ, ຫລຸດຜ່ອນຄວາມສ່ຽງຖືກຜົນສະທ້ອນຈາກທາດພິດໃຫ້ປະຊາຊົນ ແລະ ສິ່ງແວດລ້ອມ. ໂຄງການໄດ້ນຳມາເຊິ່ງປະສິດທິຜົນຫລາຍຢ່າງ ແລະ ມີຄວາມໝາຍໃນຫລາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ